ມສ ນາແມດນຳໃຊ້ອາຄານຮຽນຫຼັງໃໝ່

ໂຄງການກໍ່ສ້າງອາຄານ ຮຽນ ມສ ນາແມດ ເມືອງແບງ ແຂວງອຸດົມໄຊໄດ້ສໍາເລັດ 100% ແລະມີພິທີມອບ-ຮັບການນຳໃຊ້ ໃນວັນທີ 4 ກໍລະກົດ ຜ່ານມາ ຄະ ນະກໍາມະການກວດກາການກໍ່ສ້າງ ຂັ້ນແຂວງສົມທົບກັບຂັ້ນເມືອງໄດ້ພ້ອມກັນກວດກາຄວາມສໍາເລັດຂອງໂຄງການກໍ່ສ້າງອາຄານຮຽນ ເຫັນວ່າມີຄວາມຄືບໜ້າ ແລະສຳເລັດ 100%, ເຂົ້າຮ່ວມໃນພິທີມີທ່ານ ສົມດີ ສີລາທອດ ຫົວໜ້າພະແນກສຶກສາທິການ ແລະກີລາ ແຂວງ, ທ່ານ ຄຳອ່ອນຄຸນທະຈັກ ຮອງເຈົ້າເມືອງ-ເມືອງແບງ,ທ່ານບຸນເພັງ ແລງສຸທິພົງ ຫົວໜ້າຂະ ແໜງການເງິນ ແລະກໍ່ສ້າງພະ ແນກສຶກສາທິການ ແລະກີລາ, ທ່ານ ບຸນທັນ ຮອງຜູ້ອໍານວຍການ ບໍລິສັດສົມໄຊພັນ ກໍ່ສ້າງ, ຄະນະ ກຳມະການກວດກາການກໍ່ສ້າງຂັ້ນແຂວງ,ຂັ້ນເມືອງທີ່ມາຈາກແຕ່ລະພາກສ່ວນທີ່ກ່ຽວຂ້ອງ, ຜູ້ອໍາ ນວຍການໂຮງຮຽນພ້ອມດ້ວຍອົງການປົກຄອງບ້ານເຂົ້າຮ່ວມ.

ທ່ານ ບຸນເພັງ ແລງສຸທິພົງ ກ່າວວ່າ: ອາຄານຮຽນຫຼັງນີ້ເປັນຕຶກອາຄານຮຽນແບບຖາວອນ 2 ຊັ້ນ 1 ຫຼັງ,ກໍດ້ວຍດິນຈີ່ເບຕົງເສີມ ເຫຼັ້ກຕາມມາດຕະຖານການກໍ່ສ້າງ ຖືກຕ້ອງຕາມແບບເຕັກນິກທີ່ກຳນົດໄວ້, ມີ 8 ຫ້ອງຮຽນ, ມີລວງ ຍາວທັງໝົດ 36 ແມັດ, ກວ້າງ 9 ແມັດ, ມີເຟີນິເຈີໂຕະ, ຕັ່ງຄູ, ນັກຮຽນ, ກະດານ,ຕູ້ຄົບຊຸດພ້ອມຫ້ອງນໍ້າອີກ 1 ຫຼັງ,3 ຫ້ອງ,ໂດຍແມ່ນທຶນຊ່ວຍເຫຼືອລ້າຂອງແຂວງ ດຽນບຽນ ສສ ຫວຽດນາມໂຮງ ຮຽນດັ່ງກ່າວມີມູນຄ່າກໍ່ສ້າງທັງ ໝົດ 4 ຕື້ດົງ,ໂຄງການນີ້ແມ່ນເລີ່ມ ລົງມືຈັດຕັ້ງປະຕິບັດຕົວຈິງນັບແຕ່ ທ້າຍເດືອນຕຸລາປີຜ່ານມາໆຮອດປະຈຸບັນແມ່ນໄດ້ສຳເລັດ 100%,ໂດຍແມ່ນບໍລິສັດສົມໄຊພັນກໍ່ສ້າງ ເປັນຜູ້ຮັບເໝົາ.

ໂອກາດນີ້ທ່ານ ສົມດີ ສີລາ ທອດ ໄດ້ຍ້ອງຍໍຊົມເຊີຍແຕ່ລະພາກສ່ວນທີ່ໄດ້ພ້ອມກັນເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການກໍ່ສ້າງອາຄານຮຽນຫຼັງນີ້ຈົນສຳເລັດ, ມີມາດຕະຖານ ແລະແໜ້ນໜາດີເຮັດໃຫ້ຄູ-ອາຈານ,ນັກຮຽນໄດ້ດໍາເນີນ ການຮຽນການສອນສະດວກສະບາຍແລະປອດໄພ,ພ້ອມທັງໄດ້ກ່າວມອບອາຄານຮຽນຕໍ່ໃຫ້ທາງເມືອງ,ບ້ານແລະໂຮງຮຽນເປັນຜູ້ປົກປັກຮັກສາຄຸ້ມຄອງນຳໃຊ້ໃຫ້ ໄດ້ຍາວນານ ແລະເກີດປະໂຫຍດສູງສຸດ.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ