ລອນດອນເປັນເຈົ້າພາບຈັດການປະກວດ ມິສເວີລ 2019

ຫຼັງຈາກເມື່ອຕົ້ນປີບໍລິສັດ ທີດັບບລິວແພເຈນຈຳກັດຖະແຫຼງຂ່າວວ່າ ໄທເປັນຜູ້ໄດ້ສິດທິໃນການຈັດການປະກວດມິສເວິລ 2019 ຄັ້ງທີ  69 ສ້າງຄວາມຕື່ນເຕັ້ນໃຫ້ ກັບບັນດາແຟນໆນາງງາມເພາະເປັນເທື່ອທຳອິດທີ່ໄທຈະໄດ້ເປັນ ເຈົ້າພາບເວທີປະກວດນາງງາມ ລະດັບນານາຊາດທີ່ຍິ່ງໃຫຍ່ທີ່ສຸດຂອງໂລກຄື Miss World ແຕ່ວັນນີ້ເພຈ Miss World ໄດ້ຖະແຫຼງໃໝ່ວ່າການປະກວດ ຄັ້ງນີ້ ລອນດອນຈະເປັນເຈົ້າພາບຈັດ ການປະກວດ ແລະພ້ອມຕ້ອນຮັບ ສາວງາມຫຼາຍກວ່າ 130 ປະ ເທດທົ່ວໂລກ.

ໂດຍຂໍ້ຄວາມລະບຸວ່າຈູເລີຍມໍລີ ປະທານມິສເວິລອໍແກໄນເຊ ຊັນ Good Morning Britain ໄດ້ປະກາດໃນລາຍງານສົດທີ່ເພີຍມໍແກນວ່າສາວງາມຫຼາຍກວ່າ 130 ຄົນຈາກທົ່ວໂລກຈະມາເຮັດກິດຈະກຳໃນການປະກວດ ມິສເວິລຕະຫຼອດ 3 ອາທິດ ໂດຍສາວງາມຜູ້ເຂົ້າປະກວດຈະມາເຖິງລອນດອນໃນວັນທີ 20 ພະ ຈິກ ແລະຮອບຕັດສິນຈະຈັດຂຶ້ນ ໃນວັນທີ 14 ທັນວາທີ່  ExCeL London ຊຶ່ງພິທີ່ຈະຈັດຂຶ້ນຢູ່ລອນດອນ ແລະມີການປະກວດ Fast track  ເພື່ອຜ່ານເຂົ້າ ຮອບ30ຄົນອັດຕະໂນມັດໃນ ຫຼາກຫຼາຍດ້ານທັງຄວາມສາມາດພິເສດດ້ານກີລາ, Head to HeadChallenge ແລະ Beauty With A Purpose ຊຶ່ງຈະຈັດຢູ່ສະຖານທີ່ສໍາຄັນທີ່ໂດດເດັ່ນທີ່ສຸດຂອງລອນດອນທີ່ມີວັດທະນາທຳ ແລະມໍລະດົກທີ່ມີຊື່ສຽງ.

ຈູເລີຍກ່າວວ່າລອນດອນເປັນເມືອງທີ່ຍິ່ງໃຫຍ່ທີ່ສຸດໃນໂລກ ທີ່ຄວນທ່ຽວ ແລະຍັງເປັນຈຸດເລີ່ມ ຕົ້ນຂອງ Miss World ໃນປີ 1951 ຊຶ່ງເປັນສ່ວນໜຶ່ງຂອງ ການສະເຫຼີມສະຫຼອງ ແລະໃນປີນີ້ ເຮົາຈະສະແດງໃຫ້ດີທີ່ສຸດ, ສ່ວນ ໄທຈະເປັນເຈົ້າພາບປະກວດ Miss World  ປີ 2020.

ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ