ເຫັດກ້ານຈອງຄວນບໍລິໂພກ ເພາະມັນມີປະໂຫຍດຫຼວງຫຼາຍ

ດອກເຫັດທົນໄດ້ 1 ປີ, ຈະມີກ້ານຍາວ ຫຼື ສັ້ນນັ້ນແມ່ນຂຶ້ນກັບທາດອາຫານ ແລະແຫຼ່ງທີ່ເກີດ.ສ່ວນຫຼາຍແມ່ນເກີດຈາກຂອນໄມ້ ຫຼື ຮາກໄມ້ໂດກຝັງດີນຢູ່, ໂດຍທົ່ວໄປໜາເຖີງ 20 ມມ, ບາງຄັ້ງ ອາດຈະຫຼຸດ ຫຼື ຫຼື່ນນີ້ເລັກນ້ອຍ. ໝວກເຫັດຮູບວີ ຫຼື ຮູບເຄີ່ງວົງມົນ, ບໍ່ສະໝໍ່າສະເໝີ, ເສັ້ນຜ່າສູນກາງ 100-200 ມມ, ໜາ 10-20 ມມ, ຜີວດ້ານເທີງ ຈະເຫຼື້ອມເປັນເຫງົາເຄືອບດ້ວຍສີນໍ້າຕານດຳ, ບໍ່ ລຽບ, ຂອບເປັນຄື້ນ. ຮູສະປໍສີຂາວເມື່ອຍັງອ່ອນ, ເມື່ອແກ່ຈະເປັນສີນໍ້າຕານ

 * ປະໂຫຍດຂອງເຫັດກ້ານຈອງ:

  1. ອຸດົມໄປດ້ວຍສານອາຫານຊ່ວຍປົກປ້ອງ ແລະຫຼຸດຄວາມສ່ຽງໃນການເປັນພະຍາດຫົວໃຈ.
  2. ສາມາດຫຼຸດຄວາມສ່ຽງໃນການເປັນພະຍາດອັນໄຊເມີ (ຄວາມຈຳເຊື່ອມ).
  3. ອຸດົມໄປດ້ວຍເສັ້ນໃຍອາຫານ ຊຶ່ງມີບົດບາດ ທີ່ສຳຄັນຢ່າງຍິ່ງໃນເລື່ອງຂອງການເບິ່ງແຍງສຸ ຂະພາບຫົວໃຈຫາກມີບັນຫາເລື່ອງຫົວໃຈກໍຄວນຮັບປະທານເຫັດໃຫ້ຫຼາຍ.
  4. ຊ່ວຍເສີມສ້າງລະບົບພູມຄຸ້ມກັນໄດ້ຢ່າງດີ ແລະ.
  5. ຊ່ວຍໃນການຄວບຄຸມການເຮັດວຽກງານ ຂອງອະນຸມູນອິດສະຫຼະທີ່ເຮັດໃຫ້ຕັບເກີດຄວາມ ເສຍຫາຍ.
  6. ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ