ໂຮນລັງເປີດໂຕໂມເດລລົດພະລັງງານແສງຕາເວັນ

ໄລເຢຍວັນ (Lightyear One) ຈາກໂຮນລັງລົດພະລັງງານແສງອາທິດລຸ້ນທຳອິດທີ່ແລ່ນໄດ້ໄກພ້ອມທັງຍັງສາມາດສາກໄຟຟ້າໄດ້ອີກດ້ວຍ.

ຕາມຂ່າວຕ່າງປະເທດລາຍງານວ່າເຖິງແມ່ນວ່າມີການຜະລິດລົດພະລັງງານແສງຕາເວັນມາກ່ອນໜ້ານີ້ແລ້ວແຕ່ຂໍ້ຈຳກັດຫຼາຍໆດ້ານໂດຍສະເພາະບໍ່ສາມາດແລ່ນໃນໄລຍະທາງໄກໄດ້ ເໝືອນດັ່ງລົດເກ໋ງທົ່ວໄປຈຶ່ງຍັງ ບໍ່ຕອບໂຈດທາງການຕະຫຼາດເຮັດໃຫ້ຍາກທີ່ຈະໄປຕໍ່,ຈົນມີຄົນກຸ່ມໜຶ່ງໄດ້ລວມຕົວກັນແລະລະດົມທຶນເພື່ອກໍ່ຕັ້ງບໍລິສັດຜະລິດລົດພະລັງງານແສງຕາເວັນທີ່ມີຈຸດປະສົງໃຫ້ສາມາດແຂ່ງຂັນກັບບໍລິສັດລົດອື່ນໆໄດ້ໃນດ້ານທຸລະກິດດ້ວຍການພັດທະນາຈົນສາມາດແລ່ນໄດ້ໄລຍະໄກໄດ້ ໂດຍອາໄສ ແຜງໂຊລາເຊລເທິງຫຼັງຄາລົດເປັນອຸປະກອນໃນການຮັບພະລັງງານຊຶ່ງການສາກພະລັງງານ1ຄັ້ງລົດຈະແລ່ນໄດ້ໄກເຖິງ 724,5 ກິໂລແມັດພ້ອມທັງສາກໄຟຟ້າ ໄດ້ອີກໂດຍຮູບຮ່າງລົດທີ່ງົດງາມເຮັດໃຫ້ວົງການລົດຄຶ້ກຄື້ນຂຶ້ນມາທັນທີຊຶ່ງໄລເຢຍວັນຄືຊື່ລົດລຸ້ນດັ່ງກ່າວທີ່ຫາກໍເປີດໂຕໂມເດລຕົ້ນແບບໄປໄດ້ບໍ່ດົນຄາດວ່າຈະຜະລິດສຳເລັດສົມບູນ ແລະສົ່ງມອບໃຫ້ ລູກຄ້າໄດ້ພາຍໃນປີ 2021ຊຶ່ງ ໃນລະຫວ່າງນີ້ບໍລິສັດກຳລັງກຽມຜະລິດໄລເຢຍວັນຈຳນວນ 500 ຄັນລາຄາສັ່ງຈອງຢູ່ທີ່ຄັນລະ 135.000 ໂດລາສະຫະລັດ ແລະເມື່ອອອກສູ່ຕະຫຼາດຄາດວ່າລາ ຄາຈະຢູ່ທີ່ 170.000 ໂດລາຕໍ່ຄັນເລີຍ.

ຢ່າງໃດກໍຕາມລາຄາລົດລຸ້ນນີ້ລາຄາແພງຫຼາຍ ຊຶ່ງໃນໄລຍະ ສັ້ນອາດຈະເປັນເລື່ອງຍາກຂອງ ໄລເຢຍວັນໃນການຕີຕະຫຼາດແຕ່ໃນໄລຍະຍາວດ້ວຍຄຸນສົມບັດທີ່ລໍ້າໜ້າເກີນກວ່າລົດພະລັງງານແສງຕາເວັນເພາະສາມາດສາກໄຟຟ້າໄດ້ອີກດ້ວຍກໍ່ຖືວ່າເປັນສິ່ງທີ່ໜ້າພໍໃຈສຳລັບບໍລິສັດຜູ້ຜະລິດລົດຫຼາຍໆແຫ່ງ.

  1. ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ