ອາເມລິກາຂາດດຸນການຄ້າ 55,5 ຕື້ໂດລາ

 ອາເມລິກາເປີດເຜີຍຕົວເລກຂາດດຸນການຄ້າ ແລະການບໍລິການໃນເດືອນມິຖຸນາທີ່ຜ່ານມາ ເພີ່ມສູງຂຶ້ນ 8,4%.

ຕາມຂ່າວຕ່າງປະເທດລາຍງານວ່າເມື່ອບໍ່ດົນມານີ້ກະຊວງ ການຄ້າອາເມລິກາເປີດເຜີຍວ່າ:ຕົວເລກການຂາດດຸນການຄ້າແລະການບໍລິການເພີ່ມຂຶ້ນ 8,4% ຄິດເປັນມູນຄ່າ 55,5 ຕື້ໂດລາສະຫະລັດຂະນະທີ່ມູນຄ່າການສົ່ງອອກສິນຄ້າແລະການບໍລິການໄດ້ເພີ່ມຂຶ້ນ 2,0% ຄິດເປັນມູນຄ່າປະມານ 210,6 ຕື້ໂດລາ ແລະມູນຄ່າການນຳເຂົ້າໄດ້ເພີ່ມຂຶ້ນ3,3% ມີມູນຄ່າປະມານ 266,2 ຕື້ໂດລາ ເມື່ອທຽບໃສ່ເດືອນເມສາຫາເດືອນພຶດສະພາຜ່ານມາໃນນັ້ນ,ມູນຄ່າການສົ່ງອອກສິນຄ້າໃນເດືອນພຶດສະພາໄດ້ເພີ່ມຂຶ້ນ3,9 ຕື້ໂດລາ ຊຶ່ງມີມູນຄ່າ140,8 ຕື້ໂດລາ,ສ່ວນເຄື່ອງອຸປະກອນທີ່ ໃຊ້ໃນການຜະລິດ,ສິນຄ້າບໍລິ ໂພກ, ອາຫານ,ອາຫານສັດ ແລະ ເຄື່ອງດື່ມລ້ວນແຕ່ໄດ້ເພີ່ມຂຶ້ນເຊັ່ນ ດຽວກັນ.

ຂະນະທີ່ມູນຄ່າການນຳເຂົ້າສິນຄ້າໄດ້ເພີ່ມຂຶ້ນ 8,3 ຕື້ໂດລາມີມູນຄ່າເຖິງ 217 ຕື້ໂດລາ ການຂາດດຸນການຄ້າສິນຄ້າໄດ້ເພີ່ມຂຶ້ນ 4,4 ຕື້ໂດລາຊຶ່ງມີມູນຄ່າປະມານ76,1 ຕື້ໂດລາ.

  1. ພາບ  ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ