ຫົວພັນ ມອບ-ຮັບໜ້າທີ່ຫົວໜ້າພະແນກພະລັງງານ ແລະບໍ່ແຮ່

  ພິທີໄດ້ຈັດຂຶ້ນໃນວັນທີ 4 ມິຖຸນານີ້, ທີ່ຫ້ອງປະຊຸມພະແນກພະລັງງານ ແລະບໍ່ແຮ່ ແຂວງຫົວພັນ, ໂດຍການເຂົ້າຮ່ວມຂອງທ່ານ ຄຳມະນີ ອີນທິລາດ ລັດຖະມົນຕີກະຊວງພະລັງງານ ແລະບໍ່ແຮ່, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງໆຫົວພັນພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

  ທ່ານ ຕົງລີເຕັ້ງ ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງສະບັບເລກທີ 493 ລົງວັນທີ 9 ພຶດສະພາ 2019 ວ່າດ້ວຍການແຕ່ງຕັ້ງ ຮັກສາການຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງຫົວພັນ ແລະມະຕິຕົກລົງວ່າດ້ວຍການບົ່ງຕົວແຕ່ງຕັ້ງຮັກສາການເລຂາຄະນະພັກຮາກຖານພະແນກພະລັງ ງານ ແລະບໍ່ແຮ່ແຂວງ, ຊຶ່ງໄດ້ແຕ່ງຕັ້ງທ່ານ ບຸນເທືອງ ພົມມະວົງໄຊ ຮອງຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງເປັນຮັກສາການຫົວໜ້າພະແນກພະລັງງານ ແລະບໍ່ແຮ່ແຂວງຫົວພັນ ແລະຍົກຍ້າຍທ່ານ ທອງສຸກ ສົມພາວັນ ຫົວໜ້າພະແນກພະລັງງານ ແລະບໍ່ແຮ່ ແຂວງຫົວພັນ ໄປເປັນວ່າການເລຂາຄະນະບໍລິຫານງານພັກເມືອງວ່າການເຈົ້າເມືອງໆແອດ.

  ການປັບປຸງກົງຈັກການຈັດຕັ້ງຄັ້ງນີ້ເພື່ອກຽມການດຳເນີນກອງປະຊຸມໃຫຍ່ 3 ຂັ້ນໃຫ້ມີຜົນສຳເລັດ ແລະແມ່ນຄວາມຮຽກຮ້ອງຕ້ອງການໜ້າທີ່ວຽກງານໃນແຕ່ລະໄລ ຍະໃຫ້ມີຄວາມສອດຄ່ອງແທດເໝາະກັບສະພາບຄວາມເປັນຈິງ, ເຮັດໃຫ້ການຈັດຕັ້ງມີຄວາມໜັກແໜ້ນທາງດ້ານການເມືອງ, ເຂັ້ມແຂງດ້ານການຈັດຕັ້ງ, ພ້ອມກັນພັດທະນາວຽກງານໃຫ້ມີຄວາມຈະເລີນກ້າວໜ້າຂຶ້ນເລື້ອຍໆ.

ຂຽນໂດຍສົມໝາຍ    

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ