ບົ້ງສາລີລະບາດທົ່ວແຂວງອຸດົມໄຊລວມເນື້ອທີ່ 12 ພັນກວ່າເຮັກຕາ

 ການປູກພືດເປັນສິນຄ້າໂດຍສະເພາະສາລີຢູ່ທົ່ວແຂວງອຸດົມໄຊ ຖືເປັນວຽກງານໜຶ່ງທີ່ແຂວງໄດ້ຊຸກຍູ້ສົ່ງເສີມໃຫ້ປະຊາຊົນປູກ. ສະເພາະມີນີ້ກວມ 30 ພັນເຮັກຕາ ແຕ່ຊໍ້າພັດໄດ້ຮັບຜົນກະທົບຫຼາຍດ້ານເຊິ່ງການປູກຄັ້ງທຳອິດໄດ້ຮັບຜົນກະທົບຈາກໄພແຫ້ງແລ້ງແລ້ວເຮັດໃຫ້ຕົ້ນສາລີລົ້ມຕາຍເນື່ອງຈາກຂາດຝົນ, ປະຊາຊົນໄດ້ປູກຊໍ້າຄືນ ເປັນຄັ້ງທີ 2 ແຕ່ຖືກບົ້ງຝູງທໍາລາຍເບື້ອງຕົ້ນມີພຽງ 4 ເມືອງເທົ່ານັ້ນຄື ເມືອງໄຊ, ເມືອງແບງ, ເມືອງຮຸນ ແລະເມືອງຫຼາ ແຕ່ປະຈຸບັນລະບາດທົ່ວແຂວງອຸດົມໄຊ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ປະຊາຊົນເປັນບໍລິເວນກວ້າງກວມເນື້ອທີ່ຫຼາຍພັນເຮັກຕາ.

 ທ່ານ ຄຳເຜົ້າ ບຸນດາລາ ຫົວໜ້າຂະແໜງປູກຝັງພະແນກກະສິກຳ ແລະປ່າໄມ້ແຂວງອຸດົມໄຊ ກ່າວວ່າ: ຕາມການລົງສຳຫຼວດຂອງພະນັກງານວິຊາການໂດຍສົມທົບກັບສູນປ້ອງກັນພືດ, ກົມປູກຝັງ ແລະອົງການອາຫານ ແລະການກະເສດໃນເບື້ອງຕົ້ນມີເນື້ອທີ່ປູກສາລີຂອງປະຊາຊົນໄດ້ຮັບຜົນກະທົບໃນ 4 ເມືອງກວມ 11,26 5 ເຮັກຕາ ທາງຂະແໜງການກ່ຽວຂ້ອງໄດ້ມີການປະສານສົມທົບຂັ້ນເມືອງ, ກັບປະຊາຊົນເພື່ອປຶກສາຫາລື ແລະຊອກທິດທາງແກ້ໄຂຮ່ວມກັນແລ້ວ. ແຕ່ມາຮອດປະຈຸບັນບົ້ງຝູງສາລີ ໄດ້ລະບາດໜັກຂຶ້ນຕື່ມ ແລະແຜ່ຂະຫຍາຍຢູ່ໃນຈຳນວນ 7 ເມືອງທົ່ວແຂວງອຸດົມໄຊ ເຮັດໃຫ້ປະຊາຊົນທີ່ປູກສາລີໃນປີນີ້ໄດ້ຮັບຜົນກະທົບກວມເນື້ອທີ 12 ພັນກວ່າເຮັກຕາ.

  ທ່ານ ຄໍາເຜົ້າ ບຸນດາລາ ຫົວໜ້າຂະແໜງປູກຝັງພະແນກກະສິກໍາ ແລະປ່າໄມ້ແຂວງອຸດົມໄຊ ກ່າວຕື່ມອີກວ່າທາງພະແນກກະສິກຳ ແລະ ປ່າໄມ້ແຂວງອຸດົມໄຊ ໂດຍສົມທົບ ກັບທຸກພາກສ່ວນລວມທັງປະຊາຊົນໄດ້ລົງປະເມີນຜົນເສຍຫາຍຕື່ມວ່າຢູ່ໃນລະດັບໃດເພື່ອຊອກຫາວິທີທາງກຳຈັດໃຫ້ຖືກຕາມຫຼັກວິຊາການ ແລະຂັ້ນຕອນ.

  ໂອກາດດັ່ງກ່າວທ່ານຍັງໄດ້ຮຽກຮ້ອງໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້,ຊ່ວຍເຫຼືອປະຊາຊົນ. ສ່ວນປະຊາຊົນກໍຄວນເອົາໃຈໃສ່ຕິດຕາມ,ໃກ້ຊິດຜົນລະປູກຂອງຕົນເອງຢ່າງເປັນປົກກະຕິຖ້າມີການລະບາດເພີ່ມຂຶ້ນໃຫ້ຮີບລາຍງານຂະແໜງກະສິກໍາຢ່າງຮີບດ່ວນ.

ຂຽນໂດຍຄານມະນີ ຮຽນດໍຈັນ 

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ