ອາເມລິກາ ສະໜັບສະໜູນນັກວິທະຍາສາດໄວໜຸ່ມ ປະເທດລຸ່ມແມ່ນໍ້າຂອງ

ໃນວັນທີ 1 ກໍລະກົດ ຜ່ານມາທີ່ນະຄອນຫຼວງວຽງຈັນສະຖານທູດສະຫະລັດອາເມລິກາ,ກະຊວງສາທາ ແລະມະຫາວິທະຍາໄລແຫ່ງຊາດໄດ້ຕ້ອນຮັບຄະນະນັກ ວິທະຍາສາດ 33 ທ່ານຈາກປະ ເທດລາວ,ກໍາປູເຈຍ,ມຽນມາ,ໄທ ແລະຫວຽດນາມ ເພື່ອຮ່ວມສະເຫຼີມສະຫຼອງເປີດໂຄງການນັກວິທະຍາສາມາດໄວໜຸ່ມຂອງຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມ-ສະຫະ ລັດອາເມລິກາ (the Lower Mekong Initiative Young Scientists Program).

ການຈັດງານຄັ້ງນີ້ເປັນເຈົ້າ ພາບໂດຍຄະນະວິສະວະກໍາຂອງມະຫາວິທະຍາໄລແຫ່ງຊາດ (NUOL) ເພື່ອສະເຫຼີມສະຫຼອງພາລະກິດພາກສະໜາມປະຈໍາປີຂອງໂຄງການນັກວິທະຍາສາມາດໄວໜຸ່ມຂອງຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມສະຫະລັດອາເມລິກາທີ່ຈັດຂຶ້ນເປັນປີທີ 2 ຊຶ່ງແມ່ນໂຄງການລິເລີ່ມການພັດທະນາວິທະຍາສາດ,ເຕັກໂນໂລຊີ,ວິສະວະກໍາ ແລະຄະນິດສາດ(STEM) ລະດັບພາກພື້ນທີ່ໄດ້ຮັບທຶນໂດຍສະຫະລັດອາເມລິກາແລະຈັດຕັ້ງປະຕິບັດໂດຍມະຫາວິທະຍາໄລລັດອາຣິໂຊນາ.ໂຄງການນີ້ແນໃສ່ສະໜັບສະໜູນ ແລະສົ່ງເສີມການຮ່ວມມືດ້ານວິທະຍາສາດໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງແລະສົ່ງເສີມການແບ່ງ ປັນຄວາມຮູ້ກ່ຽວກັບວິທີການປະຕິບັດທີ່ດີທີ່ສຸດດ້ານວິທະຍາສາດເຕັກໂນໂລຊີແລະແນວຄວາມຄິດ ດ້ານການຄົ້ນຄວ້າຕ່າງໆ.

ຕະຫຼອດເດືອນກໍລະກົດ,ຄະນະນັກວິທະຍາສາດລະດັບປະລິນຍາໂທແລະປະລິນຍາເອກຈະເຮັດ ວຽກຢູ່ນະຄອນຫຼວງວຽງຈັນແລະສະຖານທີ່ຕ່າງໆທົ່ວປະເທດລາວ ເພື່ອຄົ້ນຄວ້າແລະພັດທະນາບັນດາວິທີການແກ້ໄຂທີ່ມີລັກສະນະໆວັດຕະກໍາຕໍ່ກັບພະຍາດທີ່ເກີດຈາກ ແມງໄມ້ເປັນພາຫະນໍາເຊື້ອເຊັ່ນໄຂ້ມາເລເຣຍ ແລະໄຂ້ເລືອດອອກທີ່ຍຸງເປັນພາຫະນໍາເຊື້ອຄະນະນັກວິທະຍາສາດດັ່ງກ່າວມີຄວາມຊໍາ ນິຊໍານານໃນດ້ານຕ່າງໆ ນັບຕັ້ງ ແຕ່ດ້ານລະບາດວິທະຍາຈົນໄປເຖິງເຄມີວິເຄາະ ແລະວິສະວະກໍາ ຄອມພິວເຕີ.ໃນບັນດານັກວິທະຍາ ສາດ 36 ທ່ານ, 9 ທ່ານມາຈາກ ປະເທດລາວ.

ກະຊວງການຕ່າງປະເທດສະຫະລັດອາເມລິກາເລີ່ມໃຫ້ທຶນໂຄງການຂໍ້ລິເລີ່ມແມ່ນໍ້າຂອງຕອນລຸ່ມສະຫະລັດອາເມລິກາ (LMI)  ໃນປີ 2009 ໂດຍມີເປົ້າໝາຍເສີມຂະຫຍາຍທັກສະ,ສ້າງສາຍພົວ ພັນແລະການຮ່ວມມືລະຫວ່າງບັນ ດາປະເທດລຸ່ມແມ່ນໍ້າຂອງຄືປະເທດກໍາປູເຈຍ,ມຽນມາ, ລາວ, ໄທແລະຫວຽດນາມ. ໂຄງການນັກວິທະຍາສາມາດໄວໜຸ່ມແມ່ນຂໍ້ລິ ເລີ່ມໜຶ່ງຂອງ LMI ທີ່ສະໜັບສະໜູນບັນດານັກວິຊາການໄວໜຸ່ມ ໂດຍການສ້າງໂອກາດການເຮັດ ວຽກຮ່ວມກັນ,ເສີມຂະຫຍາຍການຮ່ວມມືດ້ານວິທະຍາສາດໃນເຂດສາມຫຼ່ຽມລຸ່ມແມ່ນໍ້າຂອງ ແລະສົ່ງ ເສີມການແບ່ງປັນຄວາມຮູ້ກ່ຽວ ກັບວິທີການປະຕິບັດທີ່ດີທີ່ສຸດ ດ້ານວິທະຍາສາດ-ເຕັກໂນໂລຊີແລະແນວຄວາມຄິດດ້ານການຄົ້ນ ຄວ້າຕ່າງໆ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ