ປິດຊຸດຝຶກອົບຮົມການນຳໃຊ້ຫຼັກສູດປະຖົມສຶກສາ

  ວັນທີ 6 ກໍລະກົດ 2019 ຫ້ອງການສຶກສາທິການແລະກີລາ ເມືອງກາສີແຂວງວຽງຈັນໄດ້ຈັດພິທີປິດຊຸດຝຶກອົບຮົມຄູປະຈຳການກ່ຽວກັບການນຳໃຊ້ຫຼັກສູດປະຖົມສຶກສາຂັ້ນ ປ1 ສະບັບປັບປຸງໃຫມ່ ຊຸດທີ 1 ທີ່ສະໂມສອນຂອງໂຮງຮຽນ ມສ ກາສີ, ໂດຍພາຍໃຕ້ການເປັນ ປະທານຂອງທ່ານ ລາຢູ ແສນ ໃຈວຸດຫົວໜ້າຫ້ອງການສຶກສາທິ ການ ແລະກີລາເມືອງກາສີ, ມີບັນ ດາຫົວໜ້າໜ່ວຍງານທີ່ກ່ຽວຂ້ອງ, ມີຄູຝຶກພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມ.

ທ່ານ ຄຳທິບ ພຸດທະວົງ ຫົວ ໜ້າໜ່ວຍງານພັດທະນາຄູໄດ້ໃຫ້ ກຽດຂຶ້ນຜ່ານບົດສະຫຼຸບຂອງຊຸດຝຶກອົບຮົມວ່າ:ຊຸດຝຶກອົບຮົມແມ່ນໄດ້ເປີດຂຶ້ນມາແຕ່ວັນທີ 1 ກໍລະກົດ ແລະໄດ້ສໍາເລັດລົງໃນວັນທີ 6 ກໍລະກົດ2019 ໂດຍມີນັກສໍາມະນາກອນທັງໝົດ 36 ທ່ານ,ຍິງ 5 ທ່ານສຳລັບຫຼັກສູດທີ່ນຳມາຝຶກອົບຮົມດັ່ງ ກ່າວປະກອບມີ 15 ບົດໃນການຝຶກອົບຮົມເຫັນໄດ້ວ່າຄູຝຶກແຕ່ລະທ່ານ ແມ່ນໄດ້ເອົາໃຈໃສ່ຂຶ້ນຫ້ອງສອນເປັນປົກກະຕິ ແລະໄດ້ຖ່າຍຖອດຄວາມຮູ້ໃຫ້ກັບດານັກສຳມະນາກອນໄດ້ເປັນຢ່າງດີ, ນັກສຳມະນາກອນກໍ່ໄດ້ຕັ້ງໜ້າສຸມທຸກສິຕິປັນຍາ ຄົ້ນຄວ້າບົດຮຽນ ແລະປະຕິບັດ ເວລາໃນການຂຶ້ນຫ້ອງໄດ້ດີຊຶ່ງສາ     ມາດປະເມີນຈັດແບ່ງປະເພດພາຍຫຼັງການຝຶກອົບຮົມໄດ້ຄື: ສຳລັບຜູ້ ອໍານວຍການໂຮງຮຽນກັບຄູນິເທດ ລວມມີ 16 ທ່ານ ປະເພດດີປານ ກາງ 6,25%, ປະເພດດີ 75% ດີຫຼາຍ 18,75% ແລະຄູປະຈຳ ການລວມມີ 20 ທ່ານ ປະເພດດີ 60% ແລະດີຫຼາຍໄດ້ 80% ຊຶ່ງ ເຮັດໃຫ້ນັກສຳມະນາກອນແຕ່ລະ ທ່ານເຂົ້າໃຈໃນສິ່ງປ່ຽນແປງໃໝ່ໃນຫຼັກສູດສະບັບປັບປຸງໃໝ່ ແລະລື້ງ ເຄີຍຕໍ່ກັບເນື້ອໃນຂອງຫຼັກສູດ,ປື້ມແບບຮຽນ ແລະຄູ່ມືຄູ,ສື່ການຮຽນ-ການສອນ ແລະວິທີການ-ຮຽນການສອນ ແລະມີຄວາມໝັ້ນໃຈທີ່ຈະນຳ ໃຊ້ຫຼັກສູດສະບັບປັບປຸງໃໝ່.

ຫຼັງຈາກນັ້ນກໍ່ໄດ້ມີການມອບໃບຢັ້ງຢືນຂອງຫົວໜ້າຫ້ອງການສຶກສາທິການແລະກີລາເມືອງກາສີ ໃຫ້ ແກ່ຜູ້ທີ່ສຳເລັດໃນຊຸດຝຶກອົບຮົມຄັ້ງນີ້ຈໍານວນ 36  ໃບໃຫ້ກຽດຂຶ້ນມອບ ໂດຍທ່ານລາຢູ່ ແສນໃຈວຸດ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ.

ໂອກາດນີ້ທ່ານລາຢູ່ແສນໃຈວຸດກໍ່ໄດ້ກ່າວສະແດງຄວາມຍ້ອງຍໍ ຊົມເຊີຍຕໍ່ກັບບັນດາຄະນະຮັບຜິດຊອບຊຸດຝຶກອົບຮົມໃນຄັ້ງນີ້ທີ່ໄດ້ເອົາໃຈໃສ່ເຮັດລ້ອນໜ້າທີ່ສາມາດເຮັດໃຫ້ຊຸດຝຶກອົບຮົມສຳເລັດຕາມເວລາ ທີ່ກໍານົດພ້ອມນັ້ນຍັງໄດ້ເນັ້ນໜັກໃຫ້ບັນດານັກສຳມະນາກອນແຕ່ລະທ່ານຈົ່ງພ້ອມກັນນຳເອົາບົດຮຽນດັ່ງກ່າວເຂົ້າໄປໝູນໃຊ້ໃນການຮຽນ-ການສອນຢູ່ພາຍໃນໂຮງຮຽນຂອງຕົນເພື່ອໃຫ້ການຮຽນ-ການສອນໄດ້ ມີການພັດທະນາແລະໄດ້ປັບປຸງ ດ້ານວິຊາການເຮັດໃຫ້ການຮຽນ-ການສອນມີປະສິດຕິພາບ ແລະຄຸນ ນະພາບສູງຂຶ້ນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ