ຊຽງຂວາງ ສອບເສັງຈົບຊັ້ນ ມ.7 ລະບົບບໍາລຸງ

ພິທີເປີດການສອບເສັງຈົບຊັ້ນມັດທະຍົມຕອນປາຍ ມ7 ລະບົບ ບໍາລຸງສໍາລັບປະຊາຊົນຢູ່ແຂວງ ຊຽງຂວາງສົກຮຽນ 2018-2019 ວັນທີ 8 ກໍລະກົດ 2019 ທີ່ສະໂມສອນສູນການສຶກສານອກໂຮງຮຽນແຂວງພາຍໃຕ້ການເປັນປະທານ ຂອງທ່ານບົວລີ ພັນນາວົງ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງຊຽງຂວາງ ໂດຍໃຫ້ກຽດ ເຂົ້າຮ່ວມຂອງທ່ານ ສີພອນ ອານຸ ຈັນຮັກສາການຫົວໜ້າພະແນກບໍລິຫານກົມການສຶກສານອກໂຮງຮຽນກະຊວງສຶກສາທິການ ແລະ ກີລາ, ມີຂະແໜງການທີ່ກ່ຽວຂ້ອງ ຂອງພະແນກ,ຄະນະຮັບຜິດຊອບ ການສອບເສັງ, ກໍາມະການຍາມຫ້ອງສອບແລະນ້ອງນັກສອບສູນການສຶກສານອກໂຮງຮຽນແຂວງ ເຂົ້າຮ່ວມ.

ໂອກາດນີ້ທ່ານນີວັນຈັນທະລັງສີໄດ້ຂຶ້ນກ່າວລາຍງານຄວາມພ້ອມຂອງການຈັດສອບເສັງຈົບຊັ້ນ ມ.7ລະບົບບໍາລຸງ ສໍາລັບປະຊາຊົນຢູ່ແຂວງຊຽງຂວາງ ມາຮອດປະຈຸບັນແມ່ນມີຄວາມພ້ອມແລ້ວ 100%, ບໍ່ວ່າຈະເປັນອຸປະກອນຮັບໃຊ້ການ ສອບເສັງ,ກໍາມະການຍາມຫ້ອງ ສອບ,ສະຖານທີ່ສອບເສັງ,ງົບປະມານຮັບໃຊ້ ແລະວຽກງານອື່ນໆທີ່ ປິ່ນອ້ອມທາງຂະແໜງການສຶກສາ ນອກໂຮງຮຽນຂອງພະແນກໄດ້ເອົາໃຈໃສ່ຫ້າງຫາກະກຽມ ແລະປະສານງານຫາພາກສ່ວນກ່ຽວຂ້ອງເປັນທີ່ຮຽບຮ້ອຍແລ້ວ,ຄາດວ່າມື້ສອບເສັງເປັນທາງການເອກະພາບທົ່ວປະເທດລະຫວ່າງວັນທີ 9-10 ກໍລະກົດນີ້ ແຂວງຊຽງຂວາງ  ພ້ອມທີ່ຈະດໍາເນີນການສອບເສັງຕາມ ວັນເວລາທີ່ກໍານົດແລະຈະໃຫ້ບັນລຸຕາມແຜນທີ່ວາງໄວ້ 95%.

ທ່ານ ນີວັນຈັນທະລັງສີຍັງລາຍງານໃຫ້ຮູ້ຕື່ມອີກວ່າ:ສົກຮຽນ2018-2019 ທົ່ວແຂວງຊຽງຂວາງ ມີນັກສອບເສັງຈົບຊັ້ນມັດທະຍົມຕອນປາຍ ມ.7 ລະບົບບໍາລຸງທົ່ວໄປທັງໝົດ 224 ຄົນ, ຍິງ 68 ຄົນ, ມີ 4 ສູນສອບເສັງ ແລະແບ່ງ ເປັນ 12 ຫ້ອງສອບ, ໃນນັ້ນສູນສອບເສັງສູນການສຶກສານອກໂຮງ ຮຽນແຂວງມີນັກສອບທັງໝົດ  106 ຄົນ, ຍິງ 12 ຄົນ, ແບ່ງເປັນ 5 ຫ້ອງສອບ; ສູນສອບເສັງສູນການສຶກສານອກໂຮງຮຽນເມືອງໜອງ ແຮດມີນັກສອບທັງໝົດ 33 ຄົນ, ຍິງ 6 ຄົນ, ແບ່ງເປັນ 2 ຫ້ອງສອບ; ສູນສອບເສັງເມືອງຄູນແບ່ງເປັນ 2 ສູນຄື:ສູນສອບເສັງ ມສ ຈອມເພັດມີນັກສອບທັງໝົດ 33 ຄົນ, ຍິງ 20 ຄົນ, ແບ່ງເປັນ 2 ຫ້ອງສອບ,ສູນສອບເສັງ ມສ ສໍາພັນໄຊ ມີນັກສອບທັງໝົດ 52 ຄົນ, ຍິງ 30 ຄົນ, ແບ່ງເປັນ 3 ຫ້ອງສອບ.ສໍາລັບວິ ຊາທີ່ນໍາມາສອບເສັງພາສາລາວ-ວັນນະຄະດີ ແລະວິຊາ ຄະນິດສາດວິຊາຊີວະສາດ ແລະວິຊາ ພູມສາດ.

ໂອກາດດັ່ງກ່າວທ່ານ ບົວລີພັນນາວົງ ໄດ້ຮຽກຮ້ອງໃຫ້ພາກສ່ວນທີ່ກ່ຽວຂ້ອງຈົ່ງມີຄວາມຮັບ ຜິດຊອບຕໍ່ໜ້າທີ່ ໂດຍສະເພາະກໍາມະການຍາມຫ້ອງສອບ,ກໍາ ມະການກວດບົດຈົ່ງເຮັດໜ້າທີ່ໃຫ້ ຄວາມເປັນທໍາແກ່ນັກສອບ,ຕົງຕໍ່ເວລາ ແລະເຂັ້ມງວດຕໍ່ໜ້າທີ່, ມີ ການຖອດຖອນບົດຮຽນເວລາສອບເສັງສໍາເລັດ, ສ່ວນນັກສອບກໍໃຫ້ ຕັ້ງໃຈຄົ້ນຄ້ວາບົດຮຽນ ແລະປະຕິບັດລະບຽບການສອບເສັງເຂັ້ມງວດ,ເຮັດບົດດ້ວຍຕົນເອງ ແລະບໍ່ໃຊ້ສຽງລົບກວນຄົນອື່ນ,ພ້ອມກັນ ດໍາເນີນການສອບເສັງໃຫ້ມີຜົນສໍາເລັດ ແລະບັນລຸຕາມຈຸດປະສົງ ເປົ້າໝາຍ, ໃນໂອກາດທີ່ເລີກງາມຍາມດີນີ້ທ່ານກໍໄດ້ກ່າວເປີດພິທີ ການສອບເສັງຈົບຊັ້ນ ມ.7 ລະບົບບໍາລຸງຢູ່ແຂວງຊຽງຂວາງສົກຮຽນ2018-2019  ເປັນທາງການ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ