ເມືອງຫົງສາ ປິດການແຂ່ງຂັນກີລາປະຈຳປີ

ພິທີປິດການແຂ່ງຂັນກີລາປະຈຳປີ 2019 ທົ່ວເມືອງຫົງສາ ໄດ້ຈັດຂຶ້ນໃນວັນທີ 2 ກໍລະກົດ ຜ່ານມາທີ່ເດີ່ນກີລາຂອງເມືອງ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ຄຳຫຼ້າ ຜິວວັນນາວ່າການເຈົ້າ ເມືອງຫົງສາ,ທ່ານ ນາງດາວວິນ ລາດຊະກິດຮອງເຈົ້າເມືອງຫົງສາປະທານຄະນະກຳມະການຈັດການແຂ່ງຂັນ,ມີທ່ານ ປ່ຽນ ຈິນດາ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ມີແຂກຖືກເຊີນ, ພ້ອມດ້ວຍຄູຝຶກ-ນັກກີລາ ແລະ ມວນຊົນເຂົ້າຮ່ວມ.

ການຈັດການແຂ່ງຂັນກີລາປະຈຳປີ 2019 ໄດ້ເລີ່ມຕົ້ນມາແຕ່ ຕົ້ນເດືອນມີນາ 2019 ເປັນຕົ້ນມາກີລາທີ່ຈັດເຂົ້າໃນການແຂ່ງຂັນປະກອບມີ 3 ປະເພດຄື:ບານເຕະ, ບານສົ່ງ ແລະກະຕໍ້ຫວາຍ,ໂດຍ ມີທິມກີລາອານຸຊົນ-ເຍົາວະຊົນ ແລະທິມຊາວໜຸ່ມທັງຊາຍ ແລະຍິງຈາກພາກສ່ວນຕ່າງໆພາຍໃນເມືອງ,ຜ່ານການແຂ່ງຂັນກີລາປະເພດບານເຕະຊາວໜຸ່ມຊາຍ ອັນດັບທີ 1 ທິມບ້ານຈຳປາ, ອັນດັບທີ 2 ທິມບ້ານວຽງແກ້ວ, ອັນດັບທີ 3 ທິມບ້ານສີມຸງຄຸນ, ປະ ເພດບານເຕະເຍົາວະຊົນຊາຍອັນດັບທີ 1 ທິມໂຮງຮຽນ ມສ ຫົງ ສາ, ອັນດັບທີ 2 ໂຮງຮຽນ ມສ ບ້ານເມືອງຫານ,ອັນດັບທີ 3 ໂຮງຮຽນ ມຕ ບ້ານແທ່ນຄຳ, ບານ ເຕະອານຸຊົນຊາຍອັນດັບທີ 1 ໂຮງ  ຮຽນປະຖົມນໍ້າແກນ, ອັນດັບທີ 2 ທິມໂຮງຮຽນປະຖົມສົມບູນຫົງສາ, ອັນດັບທີ 3 ໂຮງຮຽນປະຖົມສົມ ບູນບ້ານເມືອງຫານ.

ສ່ວນປະເພດບານສົ່ງຊາວໜຸ່ມຊາຍອັນດັບທີ 1 ໂຮງຮຽນ ມສ ຫົງສາ (ກ), ອັນດັບທີ 2 ຫ້ອງການພາຍໃນ, ອັນດັບທີ 3 ໂຮງຮຽນ ມສ ຫົງສາ (ຂ), ປະເພດ ບານສົ່ງຊາວໜຸ່ມຍິງ ອັນດັບທີ 1 ໂຮງຮຽນ ມສ ຫົງສາ (ກ), ອັນ ດັບທີ 2 ອົງການໄອຍະການປະ ຊາຊົນເຂດ III, ອັນດັບທີ 3 ທິມກຸ່ມເສດຖະກິດ,ປະເພດບານສົ່ງເຍົາວະຊົນຊາຍ ອັນດັບທີ 1 ໂຮງຮຽນ ມສ ບ້ານເມືອງຫານ, ອັນດັບ ທີ 2 ໂຮງຮຽນ ມ ຕົ້ນ ບ້ານແທ່ນ ຄຳ, ອັນດັບທີ 3 ໂຮງຮຽນ  ມສ  ຫົງ ສາ,  ປະເພດບານສົ່ງເຍົາວະຊົນຍິງ ອັນດັບທີ 1 ໂຮງຮຽນ ມ ຕົ້ນບ້ານ ແທ່ນຄຳ, ອັນດັບທີ 2 ໂຮງຮຽນ ມສ ຫົງສາ, ອັນດັບທີ 3 ໂຮງ  ຮຽນ ມສ ບ້ານເມືອງຫານ.

ສຳລັບກີລາກະຕໍ້ຊາວໜຸ່ມຊາຍ ອັນດັບທີ 1 ທິມບໍລິສັດສະຫະກົນ,ອັນດັບທີ 2 ໂຮງຮຽນ ມສ ຫົງສາ,ອັນດັບທີ 3 ທິມກອງບັນ ຊາການທະຫານເມືອງ, ປະເພດ ເຍົາວະຊົນຊາຍອັນດັບທີ 1 ໂຮງ ຮຽນ ມສ ຫົງສາ, ອັນດັບທີ2 ໂຮງຮຽນ ມສ ບ້ານນາປຸ່ງ ແລະ ອັນດັບທີ 3 ໂຮງຮຽນ ມ ຕົ້ນບ້ານ ແທ່ນຄຳ.ໃນໂອກາດນີ້ຄະນະປະທານກໍ່ໄດ້ມອບລາງວັນພ້ອມດ້ວຍ ຂັນໃຫ້ທິມກີລາປະເພດຕ່າງໆ.

ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ