ຊອງເຮຄຽວ ປາກົດຕົວເທື່ອທຳອິດ ຫຼັງມີຂ່າວຢ່າຮ້າງ

ຫຼັງຈາກມີຂ່າວວ່າພະເອກ ສ ເກົາຫຼີ ຊື່ດັງ ຊົງຈຸງກິ (Song Joong Ki) ໄດ້ປະກາດຍື່ນໃບ ຢ່າຮ້າງກັບພັນລະຍາສາວນັກສະ ແດງຊື່ດັງ ຊອງເຮຄຽວ ຫຼື ຊົງຮະເຢດໂຢ (Song Hye Kyo)  ຫຼັງ ຈາກຫາກໍແຕ່ງດອງກັນໄດ້ບໍ່ດົນ ໂດຍທັງສອງຕ່າງພາກັນເກັບຕົວ ງຽບຫຼັງຈາກມີຂ່າວເກີດຂຶ້ນ.

ນາງເອກຊຸບຕາຂອງຮະເຢດໂຢກໍຍັງຍີ້ມໄດ້ ໂດຍຂ່າວຢ່າຮ້າງ ກັບຊົງຈຸງກິກໍບໍ່ສາມາດຫຼຸດຄວາມ ງາມຂອງລາວໄດ້ຫຼ້າສຸດວັນທີ 7 ກໍລະກົດທີ່ຜ່ານມາເວັບໄຊ Soo mpiລາຍງານວ່າອິນສະຕາແກຣມຂອງວາລະສານຊື່ດັງຮົງກົງໄດ້ ແຊຣຮູບພາບຂອງລາວທີ່ໄປຮ່ວມງາມອີເວນຂອງເຄື່ອງສຳອາງຍີ່ຫໍ້ຫຼູSulwhasoo ຂອງ ສ ເກົາຫຼີທີ່ປະເທດ ສປ ຈີນລົງອິນຕາແກຣມພ້ອມຂຽນຂໍ້ຄວາມວ່ານີ້ເປັນການອອກງານຄັ້ງທຳອິດຂອງຊອງຮະເຢໂຢຫຼັງຈາກມີຂ່າວຢ່າຮ້າງກະທັນຫັນແຕ່ບໍ່ມີການໃຫ້ສຳພາດໃດໆຕໍ່ສື່ທັງໝົດ, ຊຶ່ງຈາກສັງເກດລາວຍີ້ມໜ້ອຍກວ່າປົກກະຕິ ແລະມີສີໜ້າທີ່ຂ້ອນຂ້າງກັງວົນເພາະເປັນງານທຳອິດມີທັງປະຊາຊົນ ແລະສື່ຈັບຕາເບິ່ງ ລາວເປັນຈຳນວນຫຼາຍແຕ່ລາວກໍ່ຍັງມີການຍົກມືແລະສົ່ງຮອຍຍີ້ມໃຫ້ກັບແຟນໆຮູບເງົາທີ່ມາໃຫ້ກຳລັງໃຈ.

ພາບ ແລະຂາ່ວຈາກ: ໜັງສືພິມເສກຖະກິດ-ສັງຄົມ