ອິນເດຍຂື້ນພາສີສິນຄາ້ຄົນລວຍ

 

ລັດຖະບານອິນເດຍເລັ່ງຂຶ້ນພາສີສິນຄ້າຄົນລວຍແລະເອີ້ນເກັບພາສີລາຍໄດ້ກັບຄົນທີ່ມີລາຍໄດ້ ລ້ານຣູປີຕໍ່ປີຂຶ້ນໄປ.           

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ນາງ ນີມາລາ ສີຕາ ຣາມັນລັດຖະມົນຕີການເງິນຂອງອິນເດຍກ່າວໃນກອງປະຊຸມລັດຖະສະພາເລື່ອງງົບປະມານປະຈຳປີທີ່ສິ້ນສຸດໃນວັນທີ 31 ມີນາປີ 2020 ຊຶ່ງເປັນງົບປະມານສະບັບທຳອິດ ຫຼັງຈາກລັດຖະບານພາຍໃຕ້ການນຳຂອງທ່ານນະເຣທາໂມດີເປັນນາຍົກລັດຖະມົນຕີອິນເດຍຕໍ່ອີກສະໄໝໃນການເລືອກຕັ້ງໃນເດືອນ ເມສາທີ່ຜ່ານມາວ່າງົບປະມານ ລາຍຈ່າຍຈະບໍ່ເພີ່ມຂຶ້ນຫຼາຍຊຶ່ງລັດຖະບານມີແຜນປັບຫຼຸດຕົວເລກຂາດດຸນການເງິນໃຫ້ເຫຼືອ 3,3% ຂອງຕົວເລກຜະລິດຕະພັນພາຍໃນ(ຈີດີພີ) ດ້ວຍການຂຶ້ນພາສີສິນຄ້ານໍາເຂົ້າ 75 ລາຍການເຊັ່ນ:ຄໍາແລະໂລຫະຕ່າງໆຈາກ 10% ເປັນ 12,5%, ເກັບພາສີນໍາເຂົ້ານໍ້າມັນດິບໂຕນລະ 1 ຣູປີ, ຂຶ້ນພາສີ ນໍ້າມັນແອັດຊັງ ແລະກາຊວນລິດ ລະ 2 ຣູປີ.

ທັງນີ້ຈະເອີ້ນເກັບພາສີເງິນລາຍໄດ້ 10% ກັບຜູ້ມີລາຍໄດ້ 5-10 ລ້ານຣູປີຕໍ່ປີ ແລະຈະເອີ້ນເກັບພາສີ 15% ກັບຜູ້ມີລາຍໄດ້ເກີນ 10 ລ້ານຣູປີຕໍ່ປີຂຶ້ນໄປ ຂະນະດຽວກັນກຽມຈະເກັບພາສີຄົນ ຮັ່ງມີ 25% ກັບຜູ້ມີລາຍໄດ້ 20-50 ລ້ານຣູປີຕໍ່ປີນອກຈາກນີ້ຈະເກັບພາສີ 37% ກັບຜູ້ມີລາຍໄດ້ ເກີນກວ່າ 50 ລ້ານຣູປີຕໍ່ປີຂຶ້ນໄປ.

 ພາບ ແລະຂາ່ວຈາກ: ໜັງສືພິມເສກຖະກິດ-ສັງຄົມ