ໄປ໊ ຕະກອງ ນາຍແບບມຽນມາທີ່ມີສະເໜ່ ກຳລັງມາແຮງໃນໂຊຊຽວ

ຫຼາຍວັນມານີ້ເຊື່ອວ່າຫຼາຍ ຄົນອາດໄດ້ເຫັນຮູບຂອງໄປ໊ ຕະກອງ (Paing Takhon) ນາຍແບບຄົນມຽນມາບໍ່ຫຼາຍກໍ່ໜ້ອຍ ດ້ວຍໜຸ່ມຄົນນີ້ມີສະເໜ່ຫຼາຍຢ່າງ ທີ່ກຳລັງມາແຮງໃນໂຊຊຽວ ໂດຍເຂົາຄົນນີ້ເປັນທີ່ຮູ້ຈັກໃນຖານະຊຸບຕາຄົນໜຶ່ງຂອງມຽນມາເລີຍ.

ໄປ໊  ຕະກອງເກີດວັນທີ 17 ກັນຍາປີ  1996 ອາໄສຢູ່ນະຄອນຢ່າງກຸ້ງມາຕັ້ງແຕ່ຍັງນ້ອຍດ້ວຍໜຸ່ມຄົນນີ້ມີຄວາມສູງເຖິງ 177 ຊັງຕີແມັດ ຈຶ່ງເຂົ້າສູ່ວົງການບັນເທີງແບບບໍ່ຍາກ ໂດຍຜົນງານຂອງລາວຈະ ກ່ຽວຂ້ອງກັບວົງການນາຍແບບ ເປັນສ່ວນໃຫຍ່ເຊັ່ນ:ເດີນແບບ,ຖ່າຍແບບ,ສະແດງເອັມວີ ແລະເປັນພີເຊັນເຕີໃຫ້ກັບສິນຄ້າຫຼາຍຫຼາຍຍີຫໍ້ນອກຈາກນີ້ໜຸ່ມ ໄປ໊ ຕະກອງຍັງ ເປັນຮຸ້ນສ່ວນຂອງທະນາຄານຊື່ດັງທີ່ມີສາຂາຢູ່ທົ່ວປະເທດ ແລະຍັງເປັນເຈົ້າຂອງທຸລະກິດເຄື່ອງ ສຳອາງອີກດ້ວຍ.

 ພ້ອມທັງຍັງເປັນພີເຊັນເຕີໃຫ້ກັບຍີ່ຫໍ້ຕ່າງໆຢ່າງຫຼວງຫຼາຍເຊັ່ນ ໂທລະສັບ OPPO, ເຄື່ອງດື່ມຊູ ກຳລັງ T247, ຢາງລົດ Sailun, ເຄືອຂ່າຍໂທລະສັບ Telemor Myanmar, ເຄື່ອງດື່ມ Sunkist ຊຶ່ງປະຈຸບັນນີ້ມີຍອດຕິດຕາມທາງເຟຊບຸກເຖິງ 1 ລ້ານຄົນແລ້ວສ່ວນອິນສະຕຣາແກຣມອງກກໍມີຄົນເຂົ້າຕິດຕາມ 261 ພັນຄົນເພາະກະແສຄວາມງາມລະລາຍໃຈຂອງ ພໍ່ໜຸ່ມຜົນຍາວມາດເທ້ເຮັດໃຫ້ບັນດາສື່ອອກອາການສົນໃຈໜຸ່ມຄົນນີ້ແລະນໍາສະເໜີເລື່ອງລາວຂອງໄປ໊ ຕະກອງ ຢ່າງຫຼວງຫຼາຍຈົນຫຼ້າສຸດເຈົ້າໂຕກໍຮັບຮູ້ເຖິງກະແສຄວາມໂດງດັງຂອງຕົນເອງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ