5 ອາຫານ ທີ່ສ່ຽງເປັນໂລກມະເຮັງ

 ອາຫານ ແລະເຄື່ອງດື່ມທີ່ຄວນຈະລິກລ່ຽງເພາະມັນອາດຈະເຮັດໃຫ້ເຮົາເປັນພະຍາດມະເຮັງໄດ້ມະເຮັງເປັນພະຍາດທີ່ຮັກສາຍາກແທ້ໆມັນບໍເຊົາໄດ້ງ່າຍໆ  ແລະເຮົາຈະພາໄປເບິ່ງ 9 ສີ່ງທີ່ບໍ່ຄວນກີນຖ້າບໍ່ຢາກປ່ວຍເປັນພະຍາດມະ                                                                                           ເຮັງໄປເບິ່ງວ່າມີຫຍັງແດ່:

  1. ໝີ່ກ໋ອງສຳເລັດຮູບທຸກຊະ ນິດ:ເພາະມີສານປຸງແຕ່ງກວ່າ  25 ຊະນິດເຊັ່ນ:ໂມໂນໂຊດ່ຽມກຣູຕາ ເມສ (ຫຼື ທີ່ເຮົາຄຸ້ນເຄີຍກັນໃນຊື່ ແປ້ງນົວ), ກົດຊີຕຣິກ, TBHQ (ເປັນສານກັນບູດ ຫຼື ວັດຖຸກັນຫືນທີ່ໄດ້ຈາກປິໂຕລ່ຽມ) ແລະອື່ນໆ.
  2. ແຮມ, ໄສ້ກອກ: ມີສ່ວນປະ ກອບຂອງສານປຸງແຕ່ງຕ່າງໆ ເຊັ່ນ: ໂຊດ່ຽມໄນໄຕຣ, ໂປແຕສ ຊ່ຽມໄຕຣ ແລະອື່ນໆ ໄນໄທຣສາ ມາດເຮັດປະຕິກິລິຍາກັບເອມີນ (amine) ໃນອາຫານກາຍເປັນ ສານກໍ່ມະເຮັງທີ່ຮ້າຍແຮງຄືໄນໂຕຣຊາມີນ (nitrosamine) ເຊີ່ງເຮັດໃຫ້ເກີດມະເຮັງຕັບ, ກະ ເພາະອາຫານ ແລະຫຼອດອາຫານ.
  3. ຄຸກກີ້: ມີສ່ວນປະກອບຂອງ ສານປຸງແຕ່ງໄດ້ແກ່ໂຊດ່ຽມເມແທ ໄບຊັລໄຟ, ກົດຊິຕຣິກ,ໂຊດ່ຽມເມ ແທໄບຊັລໄຟຖ້າໃຊ້ໃນປະລິມານທີ່ເກີນກຳນົດຈະມີສານກຳມະຖັນຕົກຄ້າງໃນອາຫານໃນປະລິມານ ສູງ ແລະເປັນອັນຕະລາຍຕໍ່ຜູ້ບໍລິ ໂພກ.
  4. ກະແລ໋ມ: ມີສ່ວນປະກອບຂອງສານປຸງແຕ່ງໄດ້ແກ່:ວານ ແຕ່ງລົດ, ກີ່ນ, ສີ ແລະອື່ນໆ ຊຶ່ງສານປຸງແຕ່ງໃນກະແລ໋ມນີ້ເປັນອັນຕະລາຍຕໍ່ຮ່າງກາຍຊຶ່ງບາງປະເທດອອກກົດຫ້າມໃຊ້ສີມາປະສົມປຸງແຕ່ງລົງໃນອາຫານ.
  5. ໝາກໄມ້ອົບແຫ້ງ:ມີສ່ວນປະກອບຂອງສານປຸງແຕ່ງຕ່າງໆເຊັ່ນ: ກົດຊິຕຣິກ, ໂພແທສຊ່ຽມ, ໂຊດ່ຽມເບນໂຊເອດ ແລະອື່ນໆ ເປັນວັດຖຸເຈືອປົນອາຫານເພື່ອຢັບຢັ້ງການຈະເລີນເຕີບໂຕຂອງແບັກ ທີເຣຍ ແລະເຊື້ອຣາບາງຊະນິດ.
  6. ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ