ອາຊຽນກຳລັງສ້າງຊື່ສຽງໃນຖານະຜູ້ຜະລິດອາໄຫຼ່ເຮືອບິນ

ອາຊີຕາເວັນອອກສຽງ ໃຕ້ (ອາຊຽນ) ກຳລັງສ້າງຊື່ສຽງໃນຖານະຜູ້ຜະລິດອາໄຫຼ່ເຮືອບິນຕອບ ສະໜອງຄວາມຕ້ອງການເຮືອບິນຈາກບັນດາສາຍການບິນຕົ້ນທຶນ ຕໍ່າຂອງພາກພື້ນ ໂດຍມີມາເລເຊຍ ແລະສິງກະໂປເປັນຜູ້ນໍາ.

ຕາມຂ່າວຕ່າງປະເທດລາຍງານວ່າພາກພື້ນອາຊຽນຜະລິດອາໄຫຼ່ເຮືອບິນ ແລະບໍລິການທີ່ກ່ຽວຂ້ອງຄິດເປັນມູນຄ່າປະມານ 14 ຕື້ໂດລາສະຫະລັດ ໃນປີ 2018 ຕາມຫຼັງຍີ່ປຸ່ນທີ່ມີມູນຄ່າຢູ່ທີ່ປະມານ 16,7 ຕື້ໂດລາ ແລະຄາດວ່າອາຊຽນຈະກາຍເປັນຜູ້ຜະລິດລາຍໃຫຍ່ຂຶ້ນໃນຂະນະທີ່ຕ່ອງໂສ້ອຸປະທານທົ່ວໂລກຫັນມາໃຫ້ຄວາມສຳຄັນກັບພາກພື້ນນີ້, ທີ່ ໂຮງງານເຮືອບິນຢູເອັນດັບເບິລຢູໃນລັດເສະລັງງໍຂອງມາເລເຊຍເຄື່ອງຈັກຂະໜາດໃຫຍ່ເຮັດຄວາມສະອາດຂັດເງົາຈົນງາມຂະນະທີ່ຊ່າງຈອດເຮັດການຕິດຕັ້ງໃບພັດ 44 ໃບດ້ວຍເຄື່ອງຍິງເລເຊີຕາມສາຍການຜະລິດ, ຊຶ່ງອາໄຫຼ່ເຫຼົ່ານີ້ມີຜົນຕໍ່ຄວາມປອດໄພຂອງເຮືອບິນຈິ່ງຈຳເປັນຕ້ອງມີຄຸນສົມບັດຕາມມາດຕະຖານຢ່າງເຄັ່ງຄັດ.ປະຈຸບັນມີອາໄຫຼ່ເຮືອບິນຫຼາກຫຼາຍປະເພດທີ່ຜະລິດໃນມາເລເຊຍລວມເຖິງປີກ ແລະເບຣກ.

  ຢ່າງໃດກໍຕາມສິງກະໂປເປັນຜູ້ບຸກເບີກໃນອຸດສາຫະກຳນີ້ຂອງອາຊຽນປະຈຸບັນມີບໍລິສັດຕ່າງ ປະເທດ ແລະພາຍໃນຫຼາຍກວ່າ 60 ບໍລິສັດລວມເຖິງ ໂຣລ-ຣອຍ ແລະ ແພດແອນວິທະນີຂອງອາເມລິກາ ດຳເນີນການວິໄຈ, ຜະລິດ ແລະ ສ້ອມແປງທີ່ນິຄົມອຸດສາຫະກຳ ໃນປະເທດ.ລາຍໄດ້ໃນອຸດສາຫະກຳການບິນ ແລະອາວະກາດຂອງສິງກະໂປຊຶ່ງລວມເຖິງການບໍາລຸງ ຮັກສາ ແລະສ້ອມແປງລວມຢູ່ທີ່ 11,1 ຕື້ໂດລາສິງກະໂປ ໃນປີ 2018 ສ່ວນມາເລເຊຍຢູ່ທີ່ 14,4 ຕື້ຣິງກິດຊຶ່ງລັດຖະບານມາເລເຊຍຕ້ອງການເພີ່ມລາຍໄດ້ນີ້ອີກ 4 ເທົ່າເປັນ 55,2 ຕື້ຣິງກິດ ໃນປີ 2030.

 

  1. ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ