ອິນເດຍຫວັງເປັນສູນກາງຜະລິດລົດໄຟຟ້າໂລກ

ອິນເດຍສົ່ງສັນຍານເອົາຈິງບຸກຕະຫຼາດລົດໄຟຟ້າອາທິດທີ່ຜ່ານມາລັດຖະບານສະເໜີແຮງຈູງໃຈທາງການເງິນເພື່ອກະຕຸ້ນ ຄວາມຕ້ອງການພ້ອມຫຼຸດຜ່ອນ ກົດລະບຽບຫຼາຍຢ່າງຫວັງຊຸກຍູ້ປະເທດເປັນສູນກາງການຜະລິດລົດໄຟຟ້າໂລກ.

ຕາມຂ່າວຕ່າງປະເທດລາຍ ງານວ່າ ທ່ານ ນີມາລາສິທາຣາມັນລັດຖະມົນຕີວ່າການກະຊວງການເງິນອິນເດຍຫາກໍສະເໜີງົບປະມານອິນເດຍສະບັບໃໝ່ລະບຸວ່າ ລັດຖະບານກຽມຫຼຸດພາສີເງິນໄດ້ ເພີ່ມຕື່ມ 150.000 ຣູປີ ໃຫ້ກັບຜູ້ທີ່ຕ້ອງຈ່າຍດອກເບ້ຍຊື້ລົດໄຟຟ້າຕະຫຼອດໄລຍະເວລາກູ້ຢືມຜູ້ຊື້ຈະໄດ້ປະໂຫຍດປະມານ 250.000 ຣູປີ,ຊຶ່ງລັດຖະບານພະຍາຍາມສ້າງຄວາມຕ້ອງການ ແລະກະຕຸ້ນຄວາມຕ້ອງການ ຊຶ່ງຈະຊ່ວຍເຫຼືອຜູ້ຜະລິດໄດ້ຫຼັງຈາກຄວາມຕ້ອງການມີບໍ່ຫຼາຍພໍຈຶ່ງບໍ່ສາມາດຜະລິດລົດພະລັງງານໄຟຟ້າຈຳນວນຫຼາຍຂຶ້ນໄດ້, ລົດໄຟຟ້າແຕ່ກ່ອນເກັບພາສີຈີເອສທີ 12% ລາຄາຂາຍສະເລ່ຍຢູ່ອິນເດຍທີ່ 1,3 ລ້ານຣູປີຕໍ່ຄັນລັດຖະບານຕັ້ງໃຈຈະຫຼຸດພາສີລົງເຫຼືອ 5%.

ການທີ່ລັດຖະບານອິນເດຍຕັ້ງໃຈຊຸກຍູ້ລົດໄຟຟ້າສ່ວນໜຶ່ງເປັນເພາະຕ້ອງການຫຼຸດມົນລະພິດໃນເມືອງໃຫຍ່ຂອງປະເທດທີ່ເຖິງຈຸດອັນຕະລາຍພ້ອມທັງຫຼຸດການເພິ່ງພານໍ້າມັນໂດຍອິນເດຍຖືເປັນປະເທດນໍາເຂົ້ານໍ້າມັນຫຼາຍຈິ່ງຕ້ອງເສຍເງິນໄປກັບການນໍາເຂົ້າຈຳນວນມະຫາສານ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ