ສຶກສາເມືອງພູວົງ ສະຫຼຸບແຜນພັດທະນາສຶກສາ

ຫ້ອງການສຶກສາທິການ ແລະກີລາເມືອງພູວົງໄດ້ໄຂກອງ ປະຊຸມຜູ້ບໍລິຫານການສຶກສາ ແລະກີລາຂັ້ນເມືອງປະຈຳສົກຮຽນ 2018-2019 ສະຫຼຸບຕີລາຄາ ຄືນຜົນການຈັດຕັ້ງປະຕິບັດແຜນ ພັດທະນາວຽກງານສຶກສາ ແລະກີລາໄລຍະ 1 ສົກຮຽນ 2018-2019 ຜ່ານມາ, ພ້ອມທັງວາງທິດທາງແຜນການສຶບຕໍ່ພັດທະນາວຽກງານສຶກສາ ແລະກີລາຂອງເມືອງໃຫ້ເຂັ້ມແຂງ ແລະໃຫ້ໄດ້ ຮັບໝາກຜົນດີຂຶ້ນກວ່າເກົ່າຕາມ 3 ລັກສະນະແລະ 5 ຫຼັກມູນຂະແໜງການສຶກສາແລະກີລາທີ່ກະຊວງສຶກສາ ແລະກີລາໄດ້ວາງອອກ.ກອງປະຊຸມໄດ້ເປີດຂຶ້ນໃນວັນທີ 4 ກໍລະກົດທີ່ຫ້ອງການສຶກສາທິການ ແລະກີລາເມືອງດັ່ງກ່າວໂດຍພາຍໃຕ້ການເປັນປະທານຂອງທ່ານ ນາງ ພວງສິດ ໄຊສົງຄາມຮອງເຈົ້າເມືອງພູວົງ,ມີທ່ານສີທົນຊາວພູວົງ ຫົວໜ້າຫ້ອງການສຶກສາທິການ ແລະກີລາເມືອງ, ທ່ານ ພູທອນ ໄຊຍະແສງ ຫົວໜ້າຂະແໜງບໍລິຫານພະແນກສຶກສາທິການ ແລະກີລາແຂວງພ້ອມຄະນະຜູ້ບໍລິຫານການສຶກສາຂັ້ນເມືອງ,ຂັ້ນໂຮງຮຽນ ແລະທຸກພາກສ່ວນທີ່ ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສີທົນ ຊາວພູວົງ ຫົວໜ້າຫ້ອງການສຶກສາທິການ ແລະກີ ລາເມືອງໃຫ້ຮູ້ວ່າ: ເມືອງພູວົງ ເປັນ ເມືອງໜຶ່ງທີ່ຂຶ້ນກັບແຂວງອັດຕະ ປື ປະກອບມີ 15 ບ້ານ, ມີພົນລະ ເມືອງ 14.957  ຄົນ, ຍິງ 7.415 ຄົນ, ປະຊາຊົນເຂດທົ່ງພຽງຢຶດຖືອາຊີບເຮັດນາ, ເຂດພູດອຍ ແມ່ນ ເຮັດໄຮ,ປູກພືດ ແລະລ້ຽງສັດເປັນສຳຮອງ, ຫ້ອງການສຶກສາທິການແລະກີລາເມືອງພູວົງ ປະກອບມີ 10 ໜ່ວຍງານ, 1 ສູນນິເທດການ ສຶກສາ, ມີໂຮງຮຽນອະນຸບານ 9 ແຫ່ງ, ປະຖົມ 24 ແຫ່ງ, ມັດທະຍົມຕອນຕົ້ນ 4 ແຫ່ງ ແລະມັດທະຍົມ ສົມບູນ 1 ແຫ່ງ, ມີພະນັກງານລັດຖະກອນທັງໝົດ 228 ຄົນ, ຍິງ 99 ຄົນ.ການຈັດຕັ້ງປະຕິບັດແຜນ ພັດທະນາສຶກສາ ແລະກີລາສົກຮຽນ 2018-2019 ຜ່ານມານີ້ໄດ້ກຳນົດເອົາ 15 ຄາດໝາຍທີ່ກະຊວງສຶກສາທິການ ແລະກີລາໄດ້ວາງອອກ, ໃນນັ້ນສາມາດບັນລຸ ໄດ້ 4 ຄາດໝາຍ,ໃກ້ຈະບັນລຸ 4 ຄາດໝາຍ ແລະບໍ່ທັນບັນລຸໄດ້ 7 ຄາດໝາຍ, 4 ຄາດໝາຍທີ່ບັນລຸໄດ້ ມີ:ອັດຕາເຂົ້າຮຽນຂອງເດັກປະຖົມ ຊັ້ນ  ປ1 ເພີ່ມຂຶ້ນ,ອັດຕາເຂົ້າຮຽນ ໃໝ່ສຸດທິຊັ້ນປະຖົມເພີ່ມຂຶ້ນ, ອັດ ຕາເຂົ້າຮຽນລວມຊັ້ັ້ນມັດທະຍົມຕອນປາຍເພີ່ມຂຶ້ນ ແລະອັດຕາຄ້າງ ຫ້ອງຊັ້ນມັດທະຍົມຫຼຸດລົງ 0%; 4 ຄາດໝາຍທີ່ໃກ້ຈະບັນລຸມີອັດຕາເຂົ້າຮຽນຂອງເດັກອາຍຸ 5 ປີ ເພີ່ມຂຶ້ນສູງກວ່າ 60% ມີແຕ່ 12 ບ້ານຄາດໝາຍໃຫ້ໄດ້ 15 ບ້ານ,ຈຳນວນໂຮງຮຽນທີ່ບັນລຸອັດຕາເຂົ້າ ຮຽນລວມໃໝ່ຂັ້ນ ປ5 ສູງກວ່າ 95% ໄດ້ 16 ແຫ່ງ ຄາດໝາຍໃຫ້ ໄດ້ 17 ແຫ່ງ,ອັດຕາເຂົ້າຮຽນລວມຊັ້ນມັດທະຍົມເພີ່ມຂຶ້ນ 74,7% ຄາດໝາຍອັດຕາເຂົ້າຮຽນລວມ ໃໝ່ຮອດຂັ້ນ ມ4 ສູງຂຶ້ນຮອດ 70% ມີແຕ່ 2 ແຫ່ງ ຄາດໝາຍ 3 ແຫ່ງ;ອັດຕາມີຍັງບໍ່ບັນລຸ ມີ: ອັດຕາຄ້າງຫ້ອງຂອງເດັກ ປ1 , ອັດຕາປະລະຂອງເດັກຊັ້ນ ປ1, ອັດຕາຄ້າງຫ້ອງຊັ້ນປະຖົມ, ອັດຕາປະລະຊັ້ນປະຖົມ,ອັດຕາລອດເຫຼືອຊັ້ນ ປ5, ອັດຕາປະລະຊັ້ນມັດທະ ຍົມຕອນຕົ້ນ ແລະອັດຕາປະລະຊັ້ນມັດທະຍົມຕອນປາຍ. ຕໍ່ບັນຫາ ແລະຂໍ້ຄົງຄ້າງທີ່ບໍ່ທັນສາມາດເຮັດໃຫ້ບັນລຸຄາດໝາຍຄະນະຜູ້ບໍລິ ຫານການສຶກສາ ແລະກີລາທ້ອງ ຖິ່ນ, ຄະນະພັດທະນາການສຶກສາຂັ້ນບ້ານ ແລະພະນັກງານກໍ່ສ້າງຮາກຖານໄດ້ຊິ້ແຈງໃນກອງປະຊຸມວ່າ: ໂດຍລວມແລ້ວປະຊາຊົນຍັງມີຄວາມທຸກຍາກ, ໄປທຳການຜະລິດໄກບ້ານເດັກໄປນຳພໍ່-ແມ່, ບ້ານ ໄກໂຮງຮຽນ,ປະຊາຊົນຍັງບໍ່ທັນ ເຂົ້າໃຈຕໍ່ວຽກງານສຶກສາໄດ້ດີເທົ່າທີ່ຄວນ ແລະອີກດ້ານໜຶ່ງການປະຕິບັດພາລະບົດບາດ, ສິດ ແລະໜ້າທີ່ຂອງພະນັກງານຄູ-ອາຈານຍັງບໍ່ທັນໜັກແໜ້ນ.

ໃນໂອກາດດັ່ງກ່າວທ່ານ ນາງ ພວງສິດ ໄຊສົງຄາມຮອງເຈົ້າ ເມືອງພູວົງ ຜູ້ຊີ້ນຳວຽກງານວັດທະນະທຳສັງຄົມຂັ້ນເມືອງໄດ້ເນັ້ນໃຫ້ຄະນະພັກ-ຄະນະບໍລິຫານການສຶກສາຂັ້ນເມືອງ, ຂັ້ນໂຮງຮຽນເພີ່ມທະວີເປັນເຈົ້າການຄວາມຮັບຜິດຊອບຕາມພາລະບົດບາດ, ສິດ ແລະໜ້າທີ່ໆພັກລັດໄດ້ມອບໝາຍໃຫ້, ໂດຍສະເພາະວຽກງານການຄຸ້ມຄອງ-ບໍລິຫານການສຶກສາ ແລະ ກີລາໃຫ້ມີປະສິດທິພາບຂຶ້ນຕື່ມ ແລະຮຽກຮອ້ງໃຫ້ອຳນາດການປົກຄອງທ້ອງຖິ່ນ,ຜູ້ປົກຄອງເດັກ ແລະການຈັດຕັ້ງທີ່ກ່ຽວຂ້ອງຈົ່ງໃຫ້ຄວາມຮ່ວມມືຊຸກຍຸ້-ສົ່ງເສີມ ເຮັດໃຫ້ແຜນພັດທະນາການສຶກສາ ແລະກີລາທີ່ຂັ້ນເທິງໄດ້ວາງອອກໃຫ້ບັນລຸຄາດໝາຍທີ່ວາງໄວ້ຢ່າງມີປະສິດທິພາບເພື່ອອະນາຄົດປະເທດຊາດກໍ່ຄືຂອງລູກຫຼານຂອງ ຕົນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ