ເທເລີ ສະວິຟ ສີລະປິນ ລາຍໄດ້ສູງສຸດ

 ນັກຮ້ອງສາວຄົນອາເມລິກາ ເທເລີສະວິຟອາຍຸ 29 ປີ ເປັນສີ ລະປິນນັກຮ້ອງທີ່ມີລາຍໄດ້ສູງສຸດຕາມການລາຍງານຂອງວາລະສານຟອບຊຶ່ງຈັດອັນດັບ 100 ຄົນດັງປະຈຳປີນີ້ ໂດຍມີບຸກຄົນໃນຕະກູນຄາດາຊຽນ 2 ຄົນເປັນຮອງ ລົງມາ.

ເທເລີ ສະວິຟນັກຮອງສາວຄົນອາເມລິກາສ້າງລາຍໄດ້ສູງສຸດໃນຖານະສີລະປິນນັກຮ້ອງນັກສະ ແດງທີ່ໄດ້ຮັບຄ່າຈ້າງສູງສຸດເປັນ ອັນດັບ 1 ປະຈຳປີ 2019 ຈຳນວນ 185 ລ້ານໂດລາສະຫະລັດ ແລະ ເຄີຍຢູ່ອັນດັບ 1  ໃນປີ 2016 ເພາະອາລະບໍ້າຂາຍດີໃນປີ 1989 ແລະ ການທົວຄອນເສີດ,ຂະນະທີ່ອັນ ດັບ 2 ເປັນຂອງ ໄຄລີ ເຈນເນີ ຄົນອາເມລິກາອາຍຸ 21 ປີ ຊຶ່ງ ເປັນນ້ອງສາວຮ່ວມມານດາກັບພີ່ ນ້ອງຄາດາຊຽນຄື:ຄີມ, ໂຄລແລະຄອດນີຄາດາຊຽນມີລາຍໄດ້  170 ລ້ານໂດລາລາຍໄດ້ມາຈາກທຸລະ ກິດເຄື່ອງສຳອາງແຕ່ເມື່ອຕົ້ນປີນີ້ ຟອບໄດ້ປະກາດວ່າລາວຄືມະຫາເສດຖີທີ່ມີອາຍຸນ້ອຍທີ່ສຸດໃນໂລກ,ສ່ວນອັນດັບ 3 ເປັນຂອງນັກຮ້ອງເພງແຮ໊ບຄົນອາເມລິກາຄານເຢເວສ ສາມີຂອງ ຄີມ ຄາດາຊຽນ ສ້າງເງິນໄດ້ສູງສຸດ 150 ລ້ານໂດ ລາ.

ຟອບຈັດອັນດັບລາຍໄດ້ສີລະປິນສູງສຸດຂອງປີນີ້ ໂດຍປະເມີນ ລາຍໄດ້ກ່ອນຫັກພາສີໃນລະຫວ່າງ ເດືອນມິຖຸນາປີ 2018 ມິຖຸນາປີ 2019 ກ່ອນຫັກຄ່າທຳນຽມຂອງ ຜູ້ຈັດການນອກຈາກນັ້ນແລ້ວລາຍ ໄດ້ລວມກັນທັງໝົດຂອງສີລະປິນ ຄົນດັງ 100 ອັນດັບລວມກັນຢູ່ທີ່ 6,3 ຕື້ໂດລາໃນໄລຍະ 12 ເດືອນ ທີ່ຜ່ານມາ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ