ບອກເລີຍເຮັດບໍ່ຍາກຕາມທີ່ຄິດສູດໄຂ່ປິ້ງ

ໄຂ່ຂາວມີສານອາຫານປະເພດໂປຣຕີນຢູ່ສູງ ແລະຍັງມີສັບພະຄຸນຫຼວງຫຼາຍໃນການຮັກສາອາການ ແລະພະຍາດຕ່າງໆ ມື້ນີ້ເລີຍເອົາສູດໄຂ່ປີ້ງມາຝາກ.

* ສ່ວນປະສົມ:

–  ໄຂ່ໄກ່ 10 ໜ່ວຍ.

–  ນໍ້າ 2/2 ຖ້ວຍຕວງ.

–  ແປ້ງນົວ 2 ບ່ວງຊາ.

–  ພິກໄທປົ່ນ 2 ບ່ວງຊາ.

–  ນໍ້າປາ 4 ບ່ວງຊາ.

– ເກືອປົ່ນຫຍາບ 2/2 ບ່ວງ ຊາ.

ວິທີເຮັດ:ຂັ້ນທໍາອິດເຈາະເປືອກໄຂ່ໃຫ້ເປັນຮູນ້ອຍດ້ານເທິງເທໄຂ່ອອກມາໃຫ້ໝົດພັກໄວ້ກ່ອນແລ້ວຕີໄຂ່ທີ່ເທອອກມາພໍແຕກປຸງລົດດ້ວຍແປ້ງນົວພິກໄທປົ່ນນໍ້າປາ ແລະເກືອປົ່ນຕື່ມນໍ້າຕີໃຫ້ເຂົ້າກັນກອງດ້ວຍກະຊອນຫຼັງຈາກນັ້ນເທສ່ວນປະສົມໄຂ່ໃນຂໍ້ທີ່ 2 ລົງໃນເປືອກໄຂ່ ນໍາໄປໜຶ້ງດ້ວຍໄຟອ່ອນໆຈົນສຸກຍົກລົງພັກໄວ້ໃຫ້ເຢັນສຽບດ້ວຍໄມ້ປາຍແຫຼມແລ້ວນຳໄປປິ້ງ.

 ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ