ສັບພະຄຸນທາງຢາ ຂອງໝາກຕາກົບ

ຄວາມຈິງແລ້ວມັນເປັນໜຶ່ງໃນສຸດຍອດໝາກໄມ້ທີ່ຄວນກິນ ເປັນປະຈຳເພາະໃນໝາກຕາກົບ 100 ກຣາມຫຼື ໜຶ່ງຂີດ ມີ: 1 ນໍ້າປະມານ 76-94 ກຣາມ, 2 ໃຍອາຫານ 0.5-6.3 ກຣາມ ເປັນໝາກໄມ້ທີ່ມີໃຍອາຫານສູງ ສຸດໃນບັນດາໝາກໄມ້,ນໍ້າຕານທຳມະຊາດ 3-18 ກຣາມ, 4 ໃຫ້ພະ ລັງງານ ປະມານ 33-96 ກຣາມ ກິໂລແຄລໍຣີ,-5 ມີແຄວຊຽມ ແລະໂປແທັດຊຽມສູງຫຼາຍນອກຈາກ ໝາກແລ້ວຊ່ວຍບໍາລຸງຮ່າງກາຍແລ້ວຍັງສາມາດປິ່ນປົວ ແລະປ້ອງ ກັນພະຍາດໄດ້ຫຼາຍຊະນິດດ້ວຍປະລິມານວິຕາມິນທີ່ສູງໝາກຕາ ກົບຊ່ວຍແກ້ການອ່ອນເພຍ, ບັນເທົາອາການໂຕເຫຼືອງ, ປິ່ນປົວ ມ້າມໃຫຍ່, ແກ້ການປຸ້ນທ້ອງ, ບໍາລຸງກະດູກ,ຊ່ວຍດູກຊຶມຄໍເລັດສະເຕີ້ ຣອນ, ຊ່ວຍຫຼຸດຄວາມສ່ຽງໃນການເປັນມະເຮັງລໍາໄສ້ ແລະຊ່ວຍປ້ອງກັນບໍ່ໃຫ້ເສັ້ນເລືອດໃນສະໝອງ ແຕກຈາກສານອາຫານໃນໝາກ ຕາກົບ.

* ຮາກກິນແກ້ໄຂ່ຫຼັງອັກເສບ, 7 ເປືອກລຳຕົ້ນ:ນຳໄປຕາກແຫ້ງ, ບົດໃຫ້ມຸ່ນແລ້ວນຳມາຊົງນໍ້າກິນແກ້ສຽງແຫ້ງ ຫຼື ສາມາດອົມເປືອກສົດເພື່ອຫຼຸດອາການເຈັບຄໍ.

* ເປືອກລຳຕົ້ນສາມາດນຳມາບົດປະສົມນໍ້າມັນງາເພື່ອທາແກ້ຄັນ ແລະແກ້ເຈັບທ້ອງ.

* ນໍ້າຢາງຈາກລຳຕົ້ນແລະໃບສົດສາມາດກິນເປັນຢາແກ້ໄຂ້, ແກ້ປວດອັກເສບ, ແກ້ໄອ, ແກ້ເຈັບທ້ອງ ແລະຊ່ວຍຍ່ອຍອາຫານ.,

* ໃບແຫ້ງເປັນຢາແກ້ຂັບຂີ້ກະເທີ່, ແກ້ຫືດ, ແກ້ຫອບ, ແກ້ຫຼອດ ລາມອັກເສບ ແລະບຳລຸງ.

  • ແກ່ນໝາກສາມາດນຳມາຕຳ ແລະເອົາມາໂພະໃສ່ບ່ອນຂໍ້ອັກເສບ ເພື່ອແກ້ອາການປວດຂໍ້.
  •  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ