ຫວຽດນາມສະຫາລັດ ອາຣັບອາມິເຣດສູ້ຊົນຍົກວົງເງິນການຄາ້ 10 ຕື້ໂດລາ

ສສ ຫວຽດນາມ ແລະສະຫະລັດອາຣັບອາມິເຣດສູ້ຊົນຍົກວົງເງິນການຄ້າໃຫ້ຂຶ້ນເຖິງ 10 ຕື້ໂດລາສະຫະລັດແມ່ນຈຸດສຸມຕົ້ນຕໍໃນການປຶກສາຫາລືລະຫວ່າງ ທ່ານ ຮອງນາຍົກລັດຖະມົນຕີຫວຽດ ນາມ ຈິ້ງດິ່ງຢຸງ ແລະບັນດາການ ນຳສະຫະລັດອາຣັບອາມິເຣດ (UAE) ໃນການຢ້ຽມຢາມປະເທດນີ້.

ຕາມຂ່າວຕ່າງປະເທດລາຍງານວ່າທັງ 2 ຝ່າຍໄດ້ແລກປ່ຽນ ບັນດາມາດຕະການເພື່ອແນໃສ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດການຄ້າ,ການລົງທຶນ, ພະລັງງານຜະລິດຄືນໃໝ່,ນ້ຳມັນອາຍແກັດ, ພື້ນຖານໂຄງລ່າງ. UAE ແລະຫວຽດນາມຖືວ່າເປັນຄູ່ຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນທີ່ສຳຄັນ.ໂດຍທັງ 2 ຝ່າຍສູ້ຊົນຍົກວົງເງິນການຄ້າ 2 ສົ້ນລະຫວ່າງ UAE ແລະຫວຽດ ນາມໃຫ້ຂຶ້ນເຖິງ 10 ຕື້ໂດລາ ໂດຍ ໄວເມື່ອທຽບໃສ່ລະດັບ 6,3 ຕື້ໂດ ລາໃນປີ 2017.

 ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເນັ້ນໜັກວ່າ UAE ແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານ ການຄ້າ ແລະການລົງທຶນແຖວໜ້າຂອງຫວຽດນາມ ຢູ່ພາກພື້ນ ຕາເວັນອອກກາງ ແລະເຊື່ອໝັ້ນວ່າ 2 ປະເທດຈະຍູ້ແຮງການພົວພັນ ຮ່ວມມືໃນຫຼາຍຂົງເຂດໃນໄລຍະ ຈະມາເຖິງ.

  ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ