ຣັກເຊຍອະນູມັດສາ້ງທາງຫຼວງ 2 ພັນກິໂລແມັດ

ຣັດເຊຍອະນຸມັດໂຄງການ ທາງຫຼວງຍາວ 2.000 ກິໂລແມັດ ມູນຄ່າ 9,5 ຕື້ໂດລາສະຫະລັດຄາດວ່າໃຊ້ເວລາໃນການກໍ່ສ້າງ 14 ປີ.

ຕາມຂ່າວຕ່າງປະເທດລາຍງານໃນວັນທີ 10 ກໍລະກົດວ່າ ທ່ານ ດິມິທຣີ ເມດເວເດຟ ນາຍົກ ລັດຖະມົນຕີຣັດເຊຍ ໄດ້ອະນຸມັດ ໂຄງການກໍ່ສ້າງທາງມໍເຕີເວຂະ ໜາດ 4 ເລນ ທີ່ເຊື່ອມຈາກບໍລິເວນຊາຍແດນຄາຊັກສະຖານ ຜ່ານທາງ ໃຕ້ຂອງນະຄອນຫຼວງມຸສກູຂອງຣັດເຊຍ ໄປສິ້ນສຸດໃນຊາຍແດນເບລາຮຸຍຊີເປັນໄລຍະທາງຫຼາຍກວ່າ 2.000 ກິໂລແມັດຊຶ່ງເສັ້ນ ທາງດັ່ງກ່າວເປັນສ່ວນໜຶ່ງຂອງ ໂຄງການທາງຫຼວງສາຍທີ່ເຊື່ອມຕໍ່ຈາກ ສປ ຈີນ ໄປຍັງເອີຣົບ ເພື່ອ ເພີ່ມສັກກະຍະພາບໃນການສົ່ງ ເສີມການຄ້າລະຫວ່າງຈີນກັບເອີຣົບໄດ້ສະດວກຫຼາຍຂຶ້ນ, ລາຍງານ ລະບຸວ່າທາງຫຼວງແຫ່ງນີ້ມີຊື່ວ່າທາງຫຼວງສາຍ Meridianຈະມີ ມູນຄ່າໃນການກໍ່ສ້າງປະມານ 9,5 ຕື້ໂດລາ ຄາດວ່າຈະໃຊ້ເວລາໃນການກໍ່ສ້າງປະມານ 12-14 ປີ. ທາງຫຼວງແຫ່ງນີ້ຈະເປັນສ່ວນໜຶ່ງ ໃນໂຄງການໜຶ່ງແລວໜຶ່ງເສັ້ນທາງຂອງຈີນທີ່ຕ້ອງການສ້າງເສັ້ນ ທາງເຊື່ອມຕໍ່ຈາກນະຄອນຊຽງ ໄຮ້ຂອງຈີນໄປສິ້ນສຸດທີ່ເມືອງຮຳບູທາງພາກເໜືອຂອງເຢຍລະມັນ ມີໄລຍະທາງທັງໝົດຫຼາຍກວ່າ 5.000 ກິໂລແມັດ.

ລາຍງານຍັງລະບຸຕື່ມວ່າ ໃນການກໍ່ສ້າງຄັ້ງນີ້ຈະເພີ່ງພາເງິນຈາກນັກລົງທຶນເປັນຫຼັກ ໂດຍບໍ່ ກ່ຽວຂ້ອງກັບເງິນຂອງລັດຖະບານຣັດເຊຍທັງໝົດແຕ່ລັດຖະບານມີ ໜ້າທີ່ຊ່ວຍອຳນວຍຄວາມສະດວກຕໍ່ນັກລົງທຶນເຫຼົ່ານີ້ໃນການເຂົ້າໄປຮ່ວມລົງທຶນໃນຈີນເທົ່ານັ້ນ.

   ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ