ຍົກນໍ້າໜັກລາວ ກຽມສົ່ງ 4 ນັກກີລາ ຊິງຫຼຽນ ຊີເກມ

ສະຫະພັນຍົກນໍ້າໜັກແຫ່ງຊາດລາວກຽມຈະປະກາດລາຍຊື່ນັກກີລາຍົກນໍ້າໜັກທີມຊາດລາວຈຳນວນ 4 ຄົນສຸດທ້າຍ, ຍິງ 2 ຄົນຢ່າງເປັນທາງການໃນທ້າຍ ເດືອນກໍລະກົດນີ້ພ້ອມທັງຈະເອີ້ນເຂົ້ານອນສູນຝຶກຊ້ອມທີ່ໂຮງຮຽນພອນສະຫວັນກີລາ-ກາຍຍະກຳບ້ານສີເກີດເມືອງນາຊາຍທອງນະຄອນຫຼວງວຽງຈັນເພື່ອກຽມ ຄວາມພ້ອມເຂົ້າຮ່ວມລ່າຫຼຽນຄຳໃນງານມະຫາກຳກີລາຊີເກມຄັ້ງທີ XXX ທີ່ປະເທດຟີລິບປິນຮັບກຽດເປັນເຈົ້າພາບໃນທ້າຍປີນີ້.

ຕາມການໃຫ້ສຳພາດຂອງທ່ານນາງ ເຄືອຄຳ ລີເຍຍວື ຫົວໜ້າຄູຝຶກກີລາຍົກນໍ້າໜັກທີມຊາດລາວ ເຈົ້າຂອງຫຼຽນຄຳ ປະຫວັດສາດ ຊີເກມ ຄັ້ງທີ XXV ຫຼື ວຽງຈັນ ເກມ ປີ 2009 ໃນວັນທີ 10 ກໍລະກົດຜ່ານມາໃຫ້ຮູ້ວ່າ:ສຳລັບການເຄື່ອນໄຫວຂອງທັບນັກກີລາຍົກນໍ້າໜັກທີມຊາດລາວ ກຽມເຂົ້າຮ່ວມງານມະຫາກຳກີລາຊີເກມ ທີ່ປະເທດຟີລິບປິນຮັບກຽດເປັນເຈົ້າ ພາບໃນທ້າຍປີນີ້ພວມຢູ່ໃນການຄັດ ເລືອກຂອງຄະນະຄູຝຶກພວກເຮົາປະຈຸບັນມີນັກກີລາທັງໝົດ 8 ຄົນຍິງ 4 ຄົນ ຊຶ່ງເປັນນັກຮຽນກີລາ ຂອງໂຮງຮຽນພອນສະຫວັນກີລາ-ກາຍຍະກຳທັງໝົດ.ນອກຈາກນີ້ ກໍຍັງຈະໄດ້ນັກກີລາຮຸ່ນສືບທອດທີ່ຫາກໍຮຽນຈົບຊັ້ນ ມ.4 ຊຸດຈະເຂົ້າ ສົກຮຽນ 2019-2020 ມາເພີ່ມ ອີກ 3 ຄົນແລະທຸກຄົນກໍໄດ້ມີການ ເກັບຕົວຝຶກຊ້ອມຢ່າງເປັນປະຈຳທີ່ໂຮງຮຽນດັ່ງກ່າວ. ສຳລັບການຝຶກ ແອບນັ້ນມື້ໜຶ່ງຊ້ອມວັນລະ 4-5 ຊົ່ວໂມງ ເພື່ອເປັນການຄັດເລືອກນັກກີລາຜູ້ທີ່ມີພອນສະຫວັນດີເດັ່ນ ຕິດທີມຊາດຈຳນວນ 4 ຄົນ,ຍິງ 2 ຄົນ  ແລະໃນທ້າຍເດືອນກໍລະກົດນີ້ ກໍຈະມີການປະກາດລາຍຊື່ນັກກີລາ ຢ່າງເປັນທາງການເພື່ອເປັນການ ກຽມຄວາມພ້ອມໃຫ້ນັກກີລາທັງ 4 ຄົນ ໄດ້ມີເວລາເຂົ້ານອນສູນຝຶກ ແອບຢ່າງຈິງຈັງເພາະທຸກຄົນຈະຕ້ອງໄດ້ຊ້ອມໜັກເພື່ອຮັບປະກັນ ໃນການສ້າງຜົນງານຊີເກມຄັ້ງນີ້ ປະສົບຜົນສຳເລັດຕາມເປົ້າໝາຍທີ່ ວາງໄວ້.ແນວໃດກໍດີ, ສິ່ງທີ່ໜ້າ ເປັນຫ່ວງທີ່ສຸດແມ່ນເລື່ອງການຝຶກຊ້ອມຂອງນັກກີລາເຖິງວ່າພວກເຮົາຈະມີຄວາມສະດວກດ້ານອຸປະກອນ ແລະສະຖານທີ່ຝຶກຊ້ອມກໍຕາມແຕ່ຍັງມີຄວາມຫຍຸ້ງຍາກພົບພໍ້ຢູ່ເປັນຕົ້ນແມ່ນບໍ່ມີອຸປະກອນເຊັ່ນ:ຢາຄັ້ນ, ຄາວເຕີເຟນ ແລະເຄື່ອງຝຶກແອບຍັງບໍ່ໄດ້ມາດຕະຖານໂດຍສະເພາະເກີບ ແລະເຄື່ອງນຸ່ງຍັງເປັນເຄື່ອງເກົ່າສະນັ້ນ,ຂໍຮຽກຮ້ອງ ມາຍັງຂັ້ນເທິງລວມທັງບັນດາບໍລິສັດຫ້າງຮ້ານຕ່າງໆທັງພາກລັດແລະເອກະຊົນທີ່ມີເງື່ອນໄຂຂໍໃຫ້ບິ ແບ່ງມາຊ່ວຍເຫຼືອນັກກີລາຂອງພວກເຮົາດ້ວຍເພື່ອເຮັດແນວໃດໃຫ້ເຂົາເຈົ້າມີອຸປະກອນເຂົ້າໃນການ ຝຶກແອບໃຫ້ມີຄວາມພ້ອມຮອບ     ດ້ານຫວັງສ້າງຜົນງານໃຫ້ອອກ ມາດີເພື່ອສ້າງກຽດ ແລະຊື່ສຽງ ໃຫ້ກັບປະເທດຊາດໃນເວທີພາກ ພື້ນ ແລະສາກົນໃນຕໍ່ໜ້າ.

ສຳລັບຜົນງານຂອງທັບນັກກີລາຍົກນໍ້າໜັກທີມຊາດລາວຊຸດນີ້ເມື່ອປີ 2018 ຜ່ານມາ ຮ່ວມງານ ຊີງແຊ໋ມນາໆຊາດຊີງຂັນພະຣາຊະສະທານຂອງເຈົ້າຊີວິດໄທສົ່ງນັກກີລາ 8 ຄົນ ເຂົ້າຮ່ວມສາມາດ ຍາດໄດ້ 3 ຫຼຽນເງິນແລະປີ 2019 ເຂົ້າຮ່ວມງານດັ່ງກ່າວອີກຄັ້ງກໍສາມາດຍາດໄດ້ 1ຫຼຽນທອງ ໂດຍສົ່ງນັກກີລາເຂົ້າຮ່ວມພຽງ 4 ຄົນ ແລະຜົນງານຫຼ້າສຸດເມື່ອລະຫວ່າງ ວັນທີ 19-23 ພຶດສະພາຜ່ານມາເຂົ້າຮ່ວມງານຍົກນໍ້າໜັກຊິງແຊ໋ມ ໂລກທີ່ນິງໂບ ສປ ຈີນ ເປັນເຈົ້າພາບເພື່ອລຸ້ນເອົາໂຄຕ້າໄປໂອແລມ ປິກ 2020 ທີ່ນະຄອນຫຼວງໂຕກຽວປະເທດຍີ່ປຸ່ນເປັນເຈົ້າພາບ ແລະຍົກນໍ້າໜັກລາວໄດ້ສົ່ງນັກກີ ລາເຂົ້າຮ່ວມ 2 ຄົນ ກໍຄື ນາງ ໄມເຍຍວືຮຸ່ນນໍ້າໜັກບໍ່ເກີນ 55  ກິໂລກຣາມ ແລະທ້າວ ຕ່ອນຊຽນ ແຊຈ້າວ ຮຸ່ນນໍ້າໜັກບໍ່ເກີນ 55 ກິໂລ ກຣາມ ແຕ່ໜ້າເສຍດາຍບໍ່ສາມາດຍາດຜົນງານໄດ້ຍ້ອນວ່າລາຍການດັ່ງກ່າວມີນັກກີລາສີມືລະດັບໂລກ ເຂົ້າຮ່ວມຊິງໄຊຫຼາຍຄົນແຕ່ດີໃຈນັກກີລາຂອງພວກເຮົາໄດ້ບົດຮຽນອັນລໍ້າຄ່າຫຼາຍກໍຄືໄດ້ຮຽນຮູ້ຮູບແບບການຝຶກແອບ,ຮູບແບບການອົບອຸ່ນຮ່າງກາຍ,ຮູບແບບຂອງການກຽມໂຕກ່ອນຂຶ້ນແຂ່ງຂັນແລະຮູບແບບການນຳໃຊ້ເຕັກນິກ ແລະ ການແຂ່ງຂັນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ