ຮູ້ໄວ້ໄດ້ປະໂຫຍດ ນໍ້າໝາກຂາມປຽກ ຊ່ວຍຫຼຸດນໍ້າໜັກໄດ້

ສາວໆຄົນໃດທີ່ກຳລັງຕ້ອງການຢາກຫຼຸດນໍ້າໜັກແລະຄົງຈະ ຮ້ອງວ້າວໆໆໆ!! ເພາະຜ່ານມາ,ທັງອອກກຳລັງກາຍ,ການກິນອາຫານເພື່ອສຸຂະພາບ,ແຕ່ກໍມີອີກ ຫຼາຍວິທີທີ່ຫຼາຍຄົນໃຊ້ເປັນຕົວຊ່ວຍຫຼືທາງລັດທີ່ຈະຊ່ວຍໃຫ້ການຫຼຸດນໍ້າໜັກເຫັນຜົນໄວແລະບໍ່ເມື່ອຍຈົນເກີນໄປ,ຊຶ່ງທັງນີ້ກໍມີອີກໜຶ່ງວິທີ່ມາຝາກສາວໆໜຸ່ມໆພຽງແຕ່ດື່ມນໍ້າໝາກຂາມກໍສາມາດຫຼຸດໄດ້.

* ສ່ວນປະກອບໝາກຂາມປຽກ

  1. ນໍ້າຕານ.
  2. ນໍ້າສະອາດ.
  3. ເກືອ.

ວິທີເຮັດ:ນໍາເອົາໝາກຂາມປຽກໄປລ້າງໃຫ້ສະອາດແລະນຳໄປແຊ່ນໍ້າປະໄວ້  30 ນາທີເພື່ອໃຫ້ເນື້ອໝາກຂາມເປືອຍ,ພໍເຖິງ 30 ນາທີແລ້ວໃຊ້ມືບີບຈົນໝາກຂາມເປື້ອຍອອກຈາກຝັກແລະຕອງເອົາ ແຕ່ນໍ້າເພື່ອຈະໄດ້ນຳໄປຕົ້ມໃນໄຟຄວາມຮ້ອນປານກາງຈາກນັ້ນປະ ສົມນໍ້າສະອາດພໍປະມານ,ພາຍຫຼັງທີ່ຟົດແລ້ວກໍໃຫ້ຫຼຸດລະດັບໄຟລົງແລ້ວຄ້ຽວຕໍ່ 5 ນາທີເຕີມນໍ້າຕານລົງໄປນ້ອຍໜຶ່ງຄົນໃຫ້ນໍ້າ ຕານແລະເກືອລົງນ້ອຍໜຶ່ງຄົນອີກຈັກໜ້ອຍແລ້ວປົງລົງປະໄວ້ໃຫ້ ເຢັນໃສ່ນໍ້າກ້ອນກໍດື່ມໄດ້ເລີຍ ຫຼື ບໍ່ ໃສ່ກໍໄດ້.

  • ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ