ຫວຽດນາມຈະສ້າງທາງລົດໄຟຄວາມໄວສູງ ເດີນທາງເໜືອ-ໃຕ້ 8 ຊົ່ວໂມງ

ສສ ຫວຽດນາມຈະສ້າງເສັ້ນທາງລົດໄຟຄວາມໄວສູງສາຍເໜືອ-ໃຕ້ ທີ່ຈະເຮັດໃຫ້ຜູ້ໂດຍສານສາມາດເດີນທາງລະຫວ່າງນະຄອນຫຼວງຮ່າໂນ້ຍ ແລະນະຄອນ ໂຮຈີ່ມິນໃນໄວລາພຽງ 8 ຊົ່ວໂມງຈາກປະຈຸບັນ 24 ຊົ່ວໂມງຈະມີຕົ້ນທຶນໃນການກໍ່ສ້າງ 26 ຕື້ໂດລາສະຫະລັດ.

ຕາມຂ່າວຕ່າງປະເທດລະບຸວ່າການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງສາຍເໜືອ-ໃຕ້ ຂອງຫວຽດນາມທີ່ມີໄລຍະທາງ 1.549 ກິ ໂລແມັດເພື່ອຈະເຮັດໃຫ້ຜູ້ໂດຍສານຫຼຸດຜ່ອນໄລຍະການເດີນທາງລະຫວ່າງນະຄອນຫຼວງຮ່າໂນ້ຍໄປຫານະຄອນໂຮຈີ່ມິນຈາກປະຈຸບັນ 24 ຊົ່ວໂມງ ໃຫ້ ເຫຼືອປະມານ 8 ຊົ່ວໂມງ ໂດຍຈະມີມູນຄ່າການກໍ່ສ້າງ 26 ຕື້ໂດລາຊຶ່ງໜ້ອຍກວ່າທີ່ກະຊວງຄົມມະນາຄົມໄດ້ປະເມີນໄວ້ກ່ອນໜ້ານີ້ ທີ່ 58,7 ຕື້ໂດລາ,ກະຊວງວາງ ແຜນແລະການລົງທຶນຂອງຫວຽດນາມສະເໜີວ່າລົດໄຟຄວາມໄວສູງສາຍໃໝ່ນີ້ຈະສ້າງຄວບຄູ່ໄປກັບການຍົກລະດັບເສັ້ນທາງລົດໄຟສາຍເດີມແລະອື່ນໆ,ຕາມແຜນ ການກໍ່ສ້າງຈະແບ່ງອອກເປັນ 2 ຊຸດຄື:ເສັ້ນທາງຈາກຮ່າໂນ້ຍໄປເຖິງເມືອງວິງໃນພາກກາງ ແລະຈາກເມືອງຢາຈາງໄປນະຄອນໂຮຈີ່ມິນທັງສອງສ່ວນນີ້ຈະສ້າງຂຶ້ນໃນຊຸດທຳອິດໃນລະຫວ່າງປີ 2020-2030 ໃນມູນຄ່າ 24 ຕື້ໂດລາແລະຄາດວ່າຈະເລີ່ມ ດຳເນີນທາງການຄ້າໄດ້ພາຍໃນປີ 2032 ສໍາລັບຊຸດທີ 2 ທີ່ເຊື່ອມຕໍ່ລະຫວ່າງເມືອງວິງ ແລະຢາຈາງຄາດວ່າຈະເລີ່ມກໍ່ສ້າງລະຫວ່າງປີ 2030-2045.

ຂໍ້ມູນຂອງສຳນັກງານສະຖິຕິແຫ່ງຊາດລະບຸວ່າຂະແໜງການລົດໄຟຂອງປະເທດໄດ້ຂົນສົ່ງຜູ້ ໂດຍສານ 4,2 ລ້ານຄົນ ແລະສິນ ຄ້າ 2,6 ລ້ານໂຕນໃນໄລຍະ 6 ເດືອນຕົ້ນປີນີ້ຫຼຸດລົງ 6,8% ແລະ 10,4% ເມື່ອທຽບກັບປີກ່ອນ ຕາມລໍາດັບ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ