ອິນໂດເນເຊຍປັບຂຶ້ນລາຄາປີ້ຍົນພາຍໃນປະເທດ

ລາຄາປີ້ຍົນຜູ້ໂດຍສານເຮືອບິນພາຍໃນປະເທດຂອງອິນໂດເນເຊຍປັບຂຶ້ນຫຼາຍທັງທີ່ລັດຖະບານພະຍາຍາມຄວບຄຸມສົ່ງຜົນເຮັດໃຫ້ທຸລະກິດການທ່ອງທ່ຽວລວມທັງຍອດສັ່ງຈອງຫ້ອງນອນຊົບເຊົາທາງການກຳລັງສອບສວນວ່າມີການລວມກຸ່ມຜູກຂາດທາງທຸລະກິດຫຼືບໍ່.

ຕາມຂ່າວຕ່າງປະເທດລາຍງານວ່າແມ່ຍິງຄົນໜຶ່ງເປີດເຜີຍວ່າຕ້ອງຈ່າຍເງິນຊື້ປີ້ຍົນຈາກນະຄອນຫຼວງຈາກາຕາເທິງເກາະຊວາກັບໄປຢ້ຽມຢາມຄອບຄົວທີ່ ເມືອງປາດັງເທິງເກາະສຸມາດຕາຊຶ່ງຫ່າງອອກໄປບໍ່ເຖິງ 600 ກິໂລແມັດ ແພງຂຶ້ນກວ່າເກົ່າ 40-60% ໂດຍປີນີ້ຕ້ອງຈ່າຍເງິນເຖິງ 1,7 ລ້ານຣູເປຍ, ໜັງສືພິມຮອຍເຕີລາຍງານວ່າລັດຖະບານອິນໂດ ເນເຊຍມີຄຳສັ່ງໃນເດືອນພຶດສະພາທີ່ຜ່ານມາໃຫ້ກາຣູດາອິນໂດເນເຊຍ ແລະໄລອ້ອນແອສອງສາຍການບິນທີ່ຜູກຂາດຕະຫຼາດບິນພາຍໃນປະເທດໃຫ້ຫຼຸດລາຄາລົງແຕ່ບໍ່ໄດ້ຜົນຄະນະກຳມະການກຳກັບການເບິ່ງແຍງການແຂ່ງຂັນທາງທຸລະກິດຂອງອິນໂດເນ ເຊຍ (ເຄພີພີຢູ)ກຳລັງສອບສວນວ່າກາຣູດາອິນໂດເນເຊຍ ແລະໄລອ້ອນແອລວມກຸ່ມຜູກຂາດທຸລະກິດຫຼືບໍ່ແລະຈະກວດກາກາຣູດາເລື່ອງການບໍລິຫານງານສີຣີວິໄຊແອສາຍການບິນໃຫຍ່ອັນດັບ 3 ຂອງປະເທດອີກດ້ວຍເພາະເຊື່ອວ່າມີການລວມຕົວກັນກຳນົດຄ່າໂດຍສານ, ຊຶ່ງທຸລະກິດລວມຕົວກັນກຳນົດລາຄາມີໂທດປັບສູງສຸດ 25 ຕື້ຣູເປຍ.

ບໍລິສັດວິໄຈການເດີນທາງທາງເຮືອບິນເປີດເຜີຍວ່າສາຍການບິນໃນອິນໂດເນເຊຍໄດ້ຫຼຸດ ຈຳນວນບ່ອນວ່າງລົງ 15% ໃນ ໄລຍະເດືອນມີນາເຖິງເດືອນຕຸລາເຮັດໃຫ້ຈຳນວນຜູ້ໂດຍສານຫຼຸດລົງເປັນເທື່ອທຳອິດນັບຕັ້ງແຕ່ ປີ 2014 ແລະລາຄາປີ້ໂດຍສານ ແພງຂຶ້ນ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ