ລົດໄຟຕໍາກັນຢູ່ປາກິດສະຖານ ເສຍຊີວິດ 16 ຄົນ

ວັນທີ 11 ກໍລະກົດທີ່ຜ່ານມາໄດ້ເກີດເຫດລົດໄຟຜູ້ໂດຍສານຕໍາກັບລົດໄຟບັນທຸກສິນຄ້າຢູ່ປາກິດສະຖານເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະໄດ້ຮັບບາດເຈັບ 78 ຄົນ.

ຕາມຂ່າວຕ່າງປະເທດລາຍງານວ່າເກີດອຸບັດເຫດລົດໄຟໂດຍສານຕໍາກັບລົດໄຟບັນທຸກສິນຄ້າຢູ່ພາຍໃນສະຖານີລົດໄຟໃນເມືອງຣາຮີມຢາຄານແຄ້ວນປັນຈາບຂອງປາກິດສະຖານສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍ 16 ຄົນ ແລະໄດ້ຮັບບາດເຈັບ 78 ຄົນມີລາຍງານວ່າຜູ້ບາດເຈັບບາງຄົນອາການສາຫັດ, ທ່ານອິມຣານຂ່ານນາຍົກລັດຖະມົນຕີປາກິດສະຖານສັ່ງເຈົ້າໜ້າທີ່ເລັ່ງໃຫ້ຄວາມຊ່ວຍເຫຼືອຜູ້ທີ່ໄດ້ຮັບບາດເຈັບແລະຄອບຄົວຜູ້ເສຍຊີວິດຢ່າງເຕັມທີ່ພ້ອມທັງສັ່ງໃຫ້ລັດຖະມົນຕີລົດໄຟປາກິດສະຖານເດີນໜ້າປັບປຸງທາງລົດໄຟ ແລະເຈົ້າໜ້າທີ່ກຳລັງສືບສວນຫາສາເຫດອຸບັດເຫດລົດໄຟໃນປາກິດສະຖານເກີດຂຶ້ນເປັນປະຈຳສາເຫດມາຈາກບໍ່ມີການປັບປຸງລວມທັງເຈົ້າໜ້າທີ່ລົດໄຟລະເລີຍຄວາມປອດໄພຂອງຜູ້ໂດຍສານ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ