ກະຊວງສາທາລະນະສຸກຮຽກຮ້ອງອັດຕະປືເຝົ້າລະວັງໄຂຍຸງລາຍ

 ວັນທີ 12 ກໍລະກົດ 2019   ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກພ້ອມຄະນະໄດ້ລົງຢ້ຽມຢາມ ແລະ ຊຸກຍູ້ວຽກງານສາທາລະນະສຸກຢູ່ ແຂວງອັດຕະປື ເຂົ້າຮ່ວມໃນພິທີຕ້ອນຮັບດັ່ງກ່າວໂດຍມີ ທ່ານ ອຸ່ນຫຼ້າ ໄຊຍະສິດ ຮອງເຈົ້າແຂວງ, ອັດຕະປືມີຄະນະພັກໃນຂົງເຂດສາທາລະນະສຸກແຂວງ ແລະເມືອງເຂົ້າຮ່ວມ.

  ທ່ານ ນາງ ອ່ອນຜີວ ໂພທິລາດ ຫົວໜ້າພະແນກສາທາລະນະສຸກໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກປະຈຳ 6 ເດືອນຕົ້ນປີ 2019 ຊຶ່ງໄດ້ຍົກໃຫ້ເຫັນໄດ້ເຖິງສະພາບຈຸດດີຈຸດອ່ອນ ແລະບົດຮຽນທີ່ຖອດຖອນໄດ້ຕາມແຜນການຈັດຕັ້ງປະຕິບັດ 10 ຕົວຊີ້ວັດໃນຂົງເຂດວຽກງານສາທາ ລະນະສຸກວາງອອກ ໃນໄລຍະຜ່ານມານີ້ມີຫຼາຍຢ່າງ ທີ່ເປັນສິ່ງບັນລຸຄາດໝາຍ ແລະ ບໍ່ທັນໄດ້ບັນລຸພ້ອມທັງທິດທາງແຜນການທ້າຍປີ 2019 ແລະ ຮັບຟັງການປະກອບຄຳຄິດຄຳ ເຫັນຕາມຄຳຊັກຖາມຈາກທ່ານ ລັດຖະມົນຕີ ເພື່ອໃຫ້ຄະນະນຳຮັບຊາບໂດຍຫຍໍ້ຈຳນວນໜຶ່ງ.

  ທ່ານ ບຸນກອງ ສີຫາວົງ ລັດຖະມົນຕີກະຊວງສາທາລະນະສຸກໄດ້ຊີ້ນຳໃຫ້ເຫັນວ່າ: ບັນຫາການ ຄວບຄຸມປ້ອງກັນພະຍາດໄຂ້ຍຸງລາຍຢູ່ໃນທົົົ່ວແຂວງອັດຕະປືຍັງແຜ່ຂະຫຍາຍໄປສູ່ວົງກວ້າງພໍສົມຄວນດັ່ງນັ້ນ, ທຸກພາກສ່ວນຕ້ອງຮ່ວມແຮງຮ່ວມໃຈກັນເອົາໃຈໃສ່ຕໍ່ວຽກງານດັ່ງກ່າວໃຫ້ກາຍເປັນວຽກງານຂອງອຳນາດການປົກຄອງ ແລະການນຳທຸກພາກສ່ວນໃນສັງຄົມ, ສືບຕໍ່ເອົາໃຈໃສ່ໃນການຄວບຄຸມທຳລາຍແຫຼ່ງເພາະພັນໜອນນໍ້າຍຸງລາຍໂດຍອີງໃສ່ປະຕິບັດຕາມຫຼັກ ການ 5ປ ເປັນຕົ້ນໃນໄລຍະລະດູຝົນ ແລະຊຸກຍູ້ໃຫ້ແຕ່ລະຄອບຄົວປະຊາຊົນມີສ່ວນຮ່ວມຫຼາຍຂຶ້ນ, ພ້ອມນີ້ທ່ານລັດຖະມົນຕີຍັງໄດ້ຮຽກຮ້ອງໃຫ້ຄະນະນຳຂອງແຂວງອັດຕະປື ຈົ່ງເອົາໃຈໃສ່ເຝົ້າລະວັງສະພາບບັນຫາໄຂ້ຍຸງລາຍຢ່າງໃກ້ຊິດພ້ອມທັງຊຸກຍູ້ໃຫ້ທຸກພາກສ່ວນມີຄວາມຕື່ນຕົວເພື່ອພ້ອມກັນຈັດຕັ້ງປະຕິບັດໃນການປ້ອງກັນ ແລະຕ້ານພະຍາດໄຂຍຸງລາຍໃຫ້ໝົດໄປ.

  ໃນໂອກາດດຽວກັນການນໍາກະຊວງສາທາລະນະສຸກ ແລະການນໍາຂອງແຂວງອັດຕະປືຍັງໄດ້ລົງຕິດຕາມຢ້ຽມຢາມປະຊາຊົນພ້ອມແນະນໍາການປ້ອງກັນພະ ຍາດໄຂ້ຍຸງລາຍຢູ່ຂັ້ນບ້ານຈຳນວນໜຶ່ງຕື່ມອີກ.

----------------------

ຂຽນໂດຍ: ມາລາທິບ

ພາບ ແລະຂ່າວ: ຈາກໜັງສືພິມເສດຖະກິດ-ສັງຄົມ