ໄຟຟ້າຫົງສາ ສະໜັບສະໜູນພັນປາ 29 ພັນໂຕ ປ່ອຍສູ່ແຫຼ່ງນໍ້າ

  ເນື່ອງໃນວັນປ່ອຍປາ ແລະ ວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດປະຈຳປີ 2019, ບໍລິສັດໄຟຟ້າຫົງສາຈຳກັດ ໃຫ້ການສະໜັບສະໜູນພັນປາຈໍານວນ 29 ພັນໂຕໃຫ້ 3 ເມືອງຂອງແຂວງໄຊຍະບູລີເພື່ອປ່ອຍຄືນສູ່ແຫຼ່ງນໍ້າຕາມທຳມະຊາດໃນນັ້ນເມືອງຫົງສາຈຳນວນ 15 ພັນໂຕ, ເມືອງເງິນ 10 ພັນໂຕ ແລະເມືອງຊຽງຮ່ອນຈຳນວນ 4 ພັນໂຕ.

  ການຈັດງານວັນປ່ອຍປາ ແລະ ວັນອານຸລັກສັດນໍ້າ-ສັດປ່າແຫ່ງຊາດຂອງເມືອງຫົງສາຈັດໄດ້ຂຶ້ນໃນວັນທີ 11 ກໍລະກົດ ທີ່ບ້ານສີມຸງຄຸນ ໂດຍມີທ່ານ ຄໍາຫຼ້າ ຜິວວັນນາ ເຈົ້າເມືອງຫົງສາ ແລະທ່ານ ພີລະພົນ ນົນທະແກ້ວ ຜູ້ອຳນວຍການຝ່າຍຄວາມປອດໄພສຸຂະພາບອະນາໄມ ແລະສິ່ງແວດລ້ອມບໍລິສັດໄຟຟ້າຫົງສາ ຈຳກັດໃຫ້ກຽດເຂົ້າຮ່ວມເປັນປະທານໃນງານ, ສ່ວນເມືອງເງິນໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2019 ທີ່ ອ່າງເກັບນໍ້າຫ້ວຍນານ້ອຍ ແລະ ອ່າງເກັບນໍ້າຫ້ວຍເພຍງາມໃຫ້ກຽດເປັນປະທານໃນງານໂດຍທ່ານ ສອນສຸກ ພວງແກ້ວ ຮອງເຈົ້າເມືອງເງິນ ແລະທ່ານນາງ ອໍລະໄທ ເຂມະບຸນກຸນ ຜູ້ຈັດການພະແນກອົງກອນສຳພັນບໍລິສັດ ໄຟຟ້າຫົງສາ ຈຳກັດ. ສໍາລັບເມືອງ ຊຽງຮ່ອນຈັດຂຶ້ນໃນວັນທີ 12 ກໍລະກົດ ໃຫ້ກຽດເປັນປະທານໃນງານໂດຍທ່ານ ກົງທອງ ສິດທິໄຊ ຮອງເຈົ້າເມືອງໆຊຽງຮ່ອນ ແລະ ທ່ານ ພົງພັດ ປັນຍາຄຳ ເຈົ້າໜ້າທີ່ສ່ວນງານຊຸມຊົນສຳພັນຝ່າຍສື່ສານອົງກອນບໍລິສັດໄຟຟ້າຫົງສາຈຳກັດ.

ຈຸດປະສົງຂອງການຈັດງານປ່ອຍປາເພື່ອເປັນການຮັກສາຄວາມສົມດຸນໃຫ້ກັບລະບົບນິເວດ, ຊ່ວຍຟື້ນຟູສະພາບຂອງແຫຼ່ງນໍ້າ ແລະເປັນການພັດທະນາແຫຼ່ງນໍ້າໃຫ້ເກີດຄວາມອຸດົມສົມບູນຫຼາຍຂຶ້ນຕະຫຼອດເຖິງການຊ່ວຍກັນຮັກສາ ແລະປູກຈິດສຳນຶກທີ່ດີໃຫ້ກັບປະຊາຊົນ ແລະເຍົາວະຊົນໄດ້ໃຫ້ຄວາມສຳຄັນໃນເລື່ອງຂອງການອານຸລັກສັດນໍ້າ-ສັດປ່າບໍ່ໃຫ້ສູນພັນຈາກການກະທຳຂອງມະນຸດທາງກົງ ແລະທາງອ້ອມ.

--------------

ຂຽນໂດຍ: ນໍ້າເໝີຍ   

ພາບ ແລະຂ່າວ: ຈາກໜັງສືພິມເສດຖະກິດ-ສັງຄົມ