ອຸດົມໄຊ ສຳເລັດກອງປະຊຸມຄະນະບໍລິຫານງານ ພັກແຂວງ ຄັ້ງທີ 10

  ກອງປະຊຸມຄົບຄະນະບໍລິຫານງານພັກແຂວງອຸດົມໄຊເປີດກວ້າງ ຄັ້ງທີ 10 ສະໄຫມທີ VIII ໄດ້ໄຂຂຶ້ນໃນວັນທີ 11 ແລະສໍາ ເລັດໃນຕອນແລງວັນທີ 12 ກໍລະກົດ 2019 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການ ແຂວງອຸດົມໄຊ.

 ຕະຫຼອດໄລຍະ 2 ວັນເຕັມຂອງການດຳເນີນກອງປະຊຸມບັນດາຜູ້ແທນທີ່ເຂົ້າຮ່ວມໄດ້ຮັບຟັງການສະຫຼຸບຕີລາຄາຜົນການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານໃນຫຼາຍດ້ານໃນໄລຍະ 6 ເດືອນຕົ້ນປີ ແລະທິດທາງແຜນການ 6 ເດືອນທ້າຍປີ 2019 ພ້ອມທັງຍົກເອົາບາງບັນຫາຂຶ້ນມາເພື່ອປຶກສາຫາລືແລກປ່ຽນຄວາມຄິດເຫັນໃນການຊອກຫາແນວທາງປັບປຸງແກ້ໄຂບັນຫາທີ່ຍັງຄົງຄ້າງໂດຍສະເພາະແມ່ນວຽກງານການຊີ້ນຳໆພາຂອງຄະນະບໍລິຫານງານພັກແຂວງ, ການຈັດ ຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ. ລວມທັງປະກອບຄຳເຫັນໃສ່ຮ່າງເນື້ອໃນເອ ກະສານສຳຄັນຈຳນວນໜຶ່ງເຊັ່ນຮ່າງນິຕິກໍາ, ຂໍ້ກຳນົດ ແລະການປະເມີນລາຄ່າທີ່ດິນຂອງແຕ່ລະປະເພດໃນທົ່ວແຂວງອຸດົມໄຊ, ຮ່າງນິຕິກຳວ່າດ້ວຍການຄຸ້ມຄອງປ່າທຳມະ

ຊາດ, ຮ່າງຄຳສັ່ງວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາ ແລະພັດທະນາປ່າໄມ້ເຂດພູໂທ້ເພື່ອເຮັດໃຫ້ນິຕິກຳ ແລະບັນດາຄໍາສັ່ງດັ່ງກ່າວມີເນື້ອໃນສົມບູນ, ຄົບ ຖ້ວນ,ຖືກຕ້ອງຕາມລະບຽບ,ກົດໝາຍ ແລະສາມາດນຳໄປຈັດຕັ້ງປະຕິບັດຕົວຈິງໄດ້ຢ່າງມີປະສິດທິພາບ. ໄດ້ຕີລາຄາ ແລະປະກອບຄໍາເຫັນໃສ່ຮ່າງບົດລາຍ ງານການເມືອງຂອງກອງປະຊຸມໃຫຍ່ອົງຄະນະພັກແຂວງອຸດົມໄຊ ຄັ້ງທີ IX, ຮ່າງແຜນພັດທະນາເສດຖະກິດ-ສັງຄົມ 5 ປີ 2021-2025 ແລະຮ່າງມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງເປີດກວ້າງຄັ້ງທີ 10 ສະໄຫມທີ VIII.

 ນອກນັ້ນຍັງໄດ້ນໍາເອົາມະຕິ 8 ຂອງສູນກາງພັກສະໄໝທີ X ມາເຜີຍແຜ່ ແລະເຊື່ອມຊຶມເພື່ອໃຫ້ທຸກພາກສ່ວນນໍາໄປຈັດຕັ້ງຜັນຂະຫຍາຍໃຫ້ປາກົດຜົນເປັນຈິງຕື່ມອີກ.

  ກອງປະຊຸມດັ່ງກ່າວດຳເນີນໄປພາຍໃຕ້ການເປັນປະທານຂອງທ່ານ ຄຳພັນ ເຜີຍຍະວົງ ເຈົ້າແຂວງອຸດົມໄຊ, ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເຈົ້າເມືອງ ແລະຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

------------------

ຂຽນໂດຍ: ຄານມະນີ ຮຽນດໍຈັນ

ພາບ ແລະຂ່າວ: ຈາກໜັງສືພິມເສດຖະກິດ-ສັງຄົມ