ໄຂ້ຫວັດໝູອາຟຣິກາລະບາດໜັກໃນຫຼາຍປະເທດ

  ຕາມການລາຍງານລະບຸໃນວັນທີ 15 ກໍລະກົດລະບຸວ່າໄຂ້ຫວັດໝູອາຟຣິກາລະບາດໜັກໃນຫຼາຍປະເທດສົ່ງຜົນເຮັດໃຫ້ລາຄາຊີ້ໝູໃນ ສປ ຈີນ ເພີ່ມສູງຂຶ້ນ.

  ຕາມຂ່າວຕ່າງປະເທດລາຍງານວ່າໄຂ້ຫວັດໝູອາຟຣິກາ (ASF) ໄດ້ແຜ່ລະບາດໃນຫຼາຍປະເທດຂອງອາຊີຄື ສປ ຈີນ, ກຳປູເຈຍ ສປປ ລາວ ແລະ ສສ ຫວຽດ ນາມນອກຈາກນີ້ການແຜ່ລະບາດຍັງພົບໃນບຸນກາສີ, ລັດເວຍ ແລະ ອູແກຣນອີກດ້ວຍ, ລາຍງານລະບຸວ່າທາງການກຳປູເຈຍສັ່ງຂ້າໝູຈຳນວນ 789 ໂຕ ເພື່ອຄວບຄຸມການແຜ່ລະບາດຂອງໄຂ້ຫວັດໝູອາຟຣິກາໃນ 4 ແຂວງຕັ້ງແຕ່ໄລຍະຕົ້ນເດືອນເມສາສຳລັບໃນປະເທດຈີນນັ້ນການແຜ່ລະບາດຂອງໄຂ້ຫວັດໝູອາຟຣິກາສົ່ງຜົນໃຫ້ລາຄາຊີ້ນໝູເພີ່ມສູງຂຶ້ນໃນມົນທົນຝູຈຽນໃນເດືອນທີ່ຜ່ານມາ ແລະ ລາຄາຊີ້ນໝູຈະເພີ່ມຂຶ້ນອີກເນື່ອງຈາກພາວະອຸປະທານຄົງທີ່ແລະຜົນກະທົບຈາກການແຜ່ລະບາດຂອງໄຂ້ ຫວັດໝູອາຟຣິກາ.

 ກະຊວງກະສິກຳຂອງຈີນລະບຸວ່າຈຳນວນໝູໂຕຜູ້ພາຍໃນປະເທດຫຼຸດລົງ 25,8% ໃນເດືອນມິຖຸນາ ເມື່ອທຽບລາຍເດືອນຂະນະທີ່ຈຳນວນໝູໂຕແມ່ຫຼຸດລົງ 26,7% ເນື່ອງຈາກໄຂ້ຫວັດໝູອາຟຣິກາແຜ່ລະບາດຢ່າງໜັກ.

--------------------------

ໜັງສືພິມເສດຖະກິດ-ສັງຄົມ