ມສ ນາຄ່ອນ ເມືອງໝອກ ເປີດສົກຮຽນໃໝ່

ວັນທີ 15  ກໍລະກົດ 2019 ທີ່ໂຮງຮຽນ ມສ ນາຄ່ອນ ເມືອງໝອກ ແຂວງຊຽງຂວາງ ໄດ້ຈັດພິທີເປີດສົກຮຽນໃໝ່ 2019-2020 ໂດຍເປັນກຽດການເຂົ້າຮ່ວມຂອງ ທ່ານ ສຸລິຍາວົງຍະສອນ ຫົວໜ້າ ຫ້ອງການພາຍໃນເມືອງໝອກ,ທ່ານ ຫວ່າງສື ວ່າງປະສີ ຜູ້ອໍານວຍການໂຮງຮຽນ ມສ ນາຄ່ອນ,ທ່ານ ວິໄລສອນຫົວໜ້າໜ່ວຍ ງານບໍລິຫານຫ້ອງການສຶກສາທິການ ແລະກີລາເມືອງ, ມີບັນດາຄູ-ອາຈານ, ນັກຮຽນພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫວ່າງສື ວ່າງປະສີ ໄດ້ ຂຶ້ນຜ່ານບົດສະຫຼຸບການຮຽນ-ການສອນໃນສົກປີ  2018-2019 ແລະທິດທາງແຜນການປີ 2019-2020 ຜ່ານການຮຽນ-ການສອນໃນໄລຍະ 1 ປີ ຜ່ານມາ ໂຮງຮຽນ ມສ ນາຄ່ອນສາມາດຍາດຜົນງານອັນພົ້ນເດັ່ນໄດ້ຫຼາຍດ້ານ ໂດຍສະເພາະແມ່ນດ້ານວຽກງານວິຊາການຂອງຄູ-ອາຈານແມ່ນໄດ້ຮັບ ການປັບປຸງດີຂຶ້ນເທື່ອລະກ້າວ, ສາມາດສົ່ງຕົວແທນນັກຮຽນຊັ້ນ ມ4 ແລະມ7 ເຂົ້າຮ່ວມການສອບເສັງ ຄັດເລືອກນັກຮຽນເກັ່ງລະດັບເມືອງ ແລະແຂວງໄດ້ 1 ຄັ້ງ, ນັກຮຽນແຕ່ ລະຄົນມີຄວາມບຸກບືນຕໍ່ການຮຽນ ເຮັດໃຫ້ຜົນການຮຽນໃນປີນີ້ໄດ້ສໍາ ເລັດຕາມລະດັບຄາດໝາຍທີ່ວາງ ໄວ້ຊຶ່ງສະແດງອອກດັ່ງນີ້: ຊັ້ນ ມ1-ມ2-ມ3-ມ5-ມ6 ແມ່ນສາ ມາດສອບເສັງໄດ້ໃນລະດັບ 97%,ສ່ວນ ມ4 ແລະມ7 ແມ່ນຍັງບໍ່ ສາມາດສະຫຼຸບໄດ້.ຊຶ່ງໂຮງຮຽນດັ່ງ ກ່າວ: ປະກອບມີອາຄານຮຽນ 3 ຫຼັງ, ມີ 14 ຫ້ອງຮຽນ, 2 ຫ້ອງການ ແລະ1 ຫ້ອງເກັບມ້ຽນອຸປະ ກອນ, ມີຄູ-ອາຈານ 33 ຄົນ, ຍິງ 15  ຄົນ, ມີນັກຮຽນແຕ່ຊັ້ນ ມ1-ມ7 ມີທັງໝົດ  900  ຄົນ, ຍິງ 404 ຄົນ.

ໃນໂອກາດດັ່ງກ່າວ: ທ່ານ ສຸລິຍາວົງຍະສອນຮຽກຮ້ອງໃຫ້ຄູ -ອາຈານແຕ່ລະຄົນຈົ່ງພ້ອມກັນສືບຕໍ່ເຮັດວຽກງານສຶກສາອົບຮົມການ ເມືອງແນວຄິດໃຫ້ແກ່ນ້ອງນ້ອຍ ນັກຮຽນ ແລະເອົາໃຈໃສ່ໃນການຂຶ້ນຫ້ອງ-ລົງຫ້ອງໃຫ້ທັນໂມງເວລາ,ທັງນີ້ກໍ່ເພື່ອເປັນການກະກຽມຄວາມພ້ອມດ້ານວຽກງານການສຶກສາ ແລະກີລາເພື່ອຮອງຮັບງານມະຫາກໍາກີລາແຫ່ງຊາດຄັ້ງທີ  11 ທີ່ ແຂວງ ຊຽງຂວາງ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ