ຫຼວງນໍ້າທາ ເປັນເຈົ້າພາບຈັດແຂ່ງຂັນກີລາ ບານເຕະມິດຕະພາບ 4 ແຂວງພາກເໜືອ

ວັນທີ 13 ກໍລະກົດ 2019 ທີ່ເດີນກີລາບານເຕະແຂວງຫຼວງນໍ້າທາໄດ້ຈັດພິທີງານແຂ່ງຂັນກີ ລາບານເຕະມິດຕະພາບ 4 ແຂວງ ພາກເໜືອຮຸ່ນເຍົາວະຊົນອາຍຸ 13 ປີ ແລະຮຸ່ນ 16 ປີ ໂດຍການເປັນປະ ທານຂອງທ່ານ ບຸນຈັນ ຫຼວງລືໄຊ ຫົວໜ້າພະແນກສຶກສາທິການ ແລະກີລາແຂວງຫຼວງນໍ້າທາ,ເຂົ້າຮ່ວມ ທ່ານ ທອງແດງ ສິດທິສົນ ຮອງ ເຈົ້າເມືອງຫຼວງນໍ້າທາ ມີປະທານ, ຮອງປະທານສະຫະພັນກີລາບານ ເຕະ 4 ແຂວງຄື: ຫຼວງນໍ້າທາ, ອຸດົມໄຊ,ແຂວງບໍ່ແກ້ວ ແລະແຂວງ ຫຼວງພະບາງ, ມີຄູຝຶກ ແລະພໍ່ແມ່ຜູ້ປົກຄອງນັກກີລາພ້ອມດ້ວຍນ້ອງ ນັກກີລາບານຮຸ່ນອາຍຸ 13 ປີ ແລະ  ຮຸ່ນ 16  ປີ  4  ແຂວງເຂົ້າຮ່ວມ.

ຈຸດປະສົງການຈັດງານການແຂ່ງຂັນກີລາ ເພື່ອຕ້ອນຮັບວັນ ອອກກຳລັງກາຍທົ່ວປະເທດ ແລະສະເຫຼີມສະຫຼອງວັນກີລາກາຍຍະກຳແຫ່ງຊາດ ຄົບຮອບ 53 ປີ ໃຫ້ ເປັນຂະບວນຟົດຟື້ນ ໂດຍສະເພາະ ເພື່ອສ້າງຄວາມສາມັກຄີມິດຕະ ພາບ ຊາວໜຸ່ມ-ເຍົາວະຊົນ 4 ແຂວງ ພາກເໜືອໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ການແຂ່ງຂັນກີລາຄັ້ງນີ້ປະ ກອບມີ 2 ຮຸ່ນ ຄື: ຮຸ່ນອາຍຸ 13 ປີ ແລະຮຸ່ນອາຍຸ 16 ປີ ສໍາລັບ ຮອບຄັດເລືອກຮຸ່ນອາຍຸ 13 ປີ ແຂວງຫຼວງນໍ້າທາ ພົບກັບແຂວງ ອຸດົມໄຊ ຜົນການແຂ່ງຂັນແຂວງ ຫຼວງນໍ້າທາຊະນະແຂວງອຸດົມໄຊ ດ້ວຍການເຕະຈຸດໂທດ 4 ປະຕູຕໍ່ 3, ບໍ່ແກ້ວ ພົບຫຼວງພະບາງ,ແຂວງບໍ່ແກ້ວ ຊະນະແຂວງຫຼວງ ພະບາງ 2 ປະຕູຕໍ່ 0, ສ່ວນຮອບຄັດເລືອກຮຸ່ນອາຍຸ 16 ປີ ແຂວງຫຼວງນໍ້າທາ ພົບ ແຂວງອຸດົມໄຊ ຜົນການແຂ່ງຂັນແຂວງຫຼວງນໍ້າທາຊະນະແຂວງອຸດົມໄຊ 1 ປະຕູຕໍ່ 0, ແຂວງບໍ່ແກ້ວ ພົບ ແຂວງ ຫຼວງພະບາງ ຜົນ ການແຂ່ງຂັນ ແຂວງບໍ່ແກ້ວຊະນະ ແຂວງຫຼວງ ພະບາງ 2 ປະຕູຕໍ່ 0  ຮອບຊິງຊະ ນະເລີດ ເອົາອັນດັບ 1 ຮຸ່ນອາຍຸ 13 ປີ ແຂວງຫຼວງນໍ້າທາ ພົບ ແຂວງຫຼວງພະບາງຜົນການແຂ່ງຂັນແຂວງຫຼວງພະບາງ ຊະນະ ແຂວງຫຼວງນໍ້າທາດ້ວຍການເຕະຈຸດໂທດ 6 ປະຕູຕໍ່ 5 ສ່ວນຮຸ່ນ  ອາຍຸ 16 ປີ ແຂວງຫຼວງນໍ້າທາພົບແຂວງບໍ່ແກ້ວ ຜົນການແຂ່ງ ຂັນແຂວງບໍ່ແກ້ວຊະນະແຂວງ ຫຼວງນໍ້າທາ 5 ປະຕູຕໍ່ 0.

ສະຫຼຸບຜົນການແຂ່ງຂັນຮຸ່ນ ອາຍຸ 13  ປີ  ອັນດັບທີ 1 ແມ່ນແຂວງຫຼວງພະບາງ ໄດ້ຮັບຫຼຽນຄໍາພ້ອມຂັນ 1 ໜ່ວຍ,ອັນດັບທີ 2 ແມ່ນ ແຂວງຫຼວງນໍ້າທາ ໄດ້ຮັບຫຼຽນເງິນ ແລະອັນດັບທີ 3 ແມ່ນແຂວງ ບໍ່ແກ້ວໄດ້ຮັບຫຼຽນທອງ,ສ່ວນຮຸ່ນອາຍຸ 16 ປີ ອັນດັບທີ 1 ແມ່ນ ແຂວງບໍ່ແກ້ວໄດ້ຮັບຫຼຽນຄໍາພ້ອມຂັນ 1 ໜ່ວຍ,ອັນດັບທີ 2 ແມ່ນ ແຂວງຫຼວງນໍ້າທາໄດ້ຮັບຫຼຽນເງິນ ແລະອັນດັບທີ 3 ແມ່ນແຂວງຫຼວງພະບາງ ໄດ້ຮັບຫຼຽນທອງແດງການຈັດການແຂ່ງຂັນກີລາບານເຕະເຍົາວະຊົນ 4 ແຂວງພາກເໜືອ ໃນປີ 2020 ແມ່ນແຂວງບໍ່ແກ້ວ ໄດ້ຮັບກຽດເປັນເຈົ້າພາບ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ