5 ໝາກໄມ້ທີ່ຄວນຫຼີກລ່ຽງ ເພາະມີໂປຣຕິນສູງ

ຄົນສ່ວນໃຫຍ່ຄິດວ່າໝາກໄມ້ທີ່ເຮົາກິນໄປນັ້ນໃຫ້ແຕ່ປະໂຫຍດເພາະມີວິຕາມິນຕ່າງໆທີ່ຊ່ວຍເສີມສ້າງໃຫ້ຮ່າງກາຍແຂງແຮງ ແລະຄິດວ່າກິນໝາກໄມ້ແລ້ວ ເຮັດໃຫ້ບໍ່ຕຸ້ຍ ແລະສຸຂະພາບດີ,ຊຶ່ງປະລິມານສານໂປຣຕິນທີ່ຢູ່ໃນໝາກໄມ້ນັ້ນກໍ່ແຕກຕ່າງກັນອອກໄປໝາກໄມ້ບາງຊະນິດກໍ່ມີໜ້ອຍບາງຊະນິດກໍ່ມີຫຼາຍທີ່ຄວນຫຼີກລ່ຽງບໍ່ໃຫ້ກີນເປັນປະຈໍາຊຶ່ງຈະມີຫຍັງແນ່ນັ້ນເຮົາມາຮູ້ຈັກໄປພ້ອມກັນເລີຍ.

  1. ໝາກສີດາ ປະລິມານໂປຣຕິນຕໍ່ 100 ກຣາມ ເທົ່າກັບ 2.55 ກຣາມ.
  2. ໝາກອາໂວກາໂດ້ ປະລິມານໂປຣຕິນຕໍ່ 100 ກຣາມ ເທົ່າກັບ 2 ກຣາມ.
  3. ໝາກມີ້ ປະລິມານໂປຣຕິນຕໍ່ 100 ກຣາມ ເທົ່າກັບ 1.72 ກຣາມ.
  4. ໝາກພິລາ ປະລິມານໂປຣຕິນຕໍ່ 100 ກຣາມ ເທົ່າກັບ 1.67 ກຣາມ.
  5. ໝາກກີວີ ປະລິມານໂປຣຕິນຕໍ່ 100 ກຣາມ ເທົ່າກັບ 1.14 ກຣາມ.

ເຖິງແມ່ນວ່າໝາກໄມ້ແຕ່ລະຊະນິດຈະມີວິຕາມິນທີ່ແຕກຕ່າງກັນໄປມີທັງວິຕາມິນເອ, ຊີ, ອີ, ບີ1, ບີ2, ບີ6 ເບຕ້າແຄໂຣທີນ ແລະທາດເຫຼັກແຕ່ບາງ  ຊະນິດກໍມີປະລິມານນໍ້າຕານ ແລະແປ້ງສູງລວມທັງລົດຊາດທີ່ແຕກຕ່າງກັນ, ສິ່ງເຫຼົ່ານີ້ອາດຈະເປັນປັດໃຈເຮັດໃຫ້ເກີດໂລກຕ່າງໆນຳມາໄດ້ຫາກກິນຫຼາຍ  ເກີນໄປ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ