ປັບໃໝເຟຊບູກ 5 ຕື້ໂດລາ ຍອ້ນລະເມີດຂໍ້ມູນສວ່ນບູກຄົນ

ຄະນະກຳມາທິການການຄ້າແຫ່ງລັດ ລົງມະຕິປັບໃໝເຟຊ ບຸກ 5 ຕື້ໂດລາສະຫະລັດ ເນື່ອງ ຈາກລະເມີດຂໍ້ມູນສ່ວນບຸກຄົນ 87 ລ້ານຄົນ.

ຕາມຂ່າວຕ່າງປະເທດລາຍງານວ່າຄະນະກຳມາທິການການຄ້າຂອງລັດຖະບານອາເມລິກາ (FTC) ໄດ້ອະນຸມັດສັ່ງປັບໃໝບໍລິສັດເຟຊບຸກອິງເປັນເງິນປະມານ 5 ຕື້ໂດລາໃນວັນທີ 14 ກໍລະກົດທີ່ຜ່ານມາເພາະກ່ຽວຂ້ອງກັບຄະດີ ສອບສວນເລື່ອງການຈັດການຂໍ້ມູນຜູ້ໃຊ້ງານເຟຊບຸກ, ໂດຍໄດ້ມີການສອບສວນຂໍ້ກ່າວຫາທີ່ວ່າເຟຊບຸກໄດ້ແບ່ງປັນຂໍ້ມູນສ່ວນບຸກ ຄົນຂອງຜູ້ໃຊ້ງານ 87 ລ້ານຄົນ ໂດຍບໍ່ໄດ້ຮັບອະນຸຍາດໃຫ້ກັບບໍລິ ສັດແຄມບຣິດອະນາລິຕິກາຊຶ່ງ ເປັນບໍລິສັດວິເຄາະຂໍ້ມູນທາງການ ເມືອງຂອງອັງກິດ,ການສອບສວນມຸ່ງເປົ້າໝາຍໄປທີ່ການພິຈາລະນາວ່າການແບ່ງປັນຂໍ້ມູນດັ່ງກ່າວນັ້ນລະເມີດຂໍ້ຕົກລົງຍິນຍອມປີ 2011 ລະຫວ່າງເຟຊບຸກກັບ FTC ຫຼືບໍ່

ທັງນີ້ເຟຊບຸກເປີດເຜີຍກ່ອນໜ້ານີ້ວ່າ ທາງບໍລິສັດໄດ້ໃຊ້ເງິນ ຈຳນວນ 3 ຕື້ໂດລາ ໃນໄຕມາດທຳອິດສຳລັບການຈ່າຍຄ່າປັບໃໝໃຫ້ກັບ FTC ແລະລະບຸວ່າ ຄ່າປັບໃໝອາດຈະສູງເຖິງ 5 ຕື້ ໂດລາ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ