ໄອເອັມເອຟໃຫ້ເງິນກູ້ອາກຊັງຕີນ 4,5 ຕື້ ໂດລາ

ເມື່ອບໍ່ດົນມານີ້ໄອເອັມເອຟອະນຸມັດເງິນກູ້ຈຳນວນ 5,4 ຕື້ໂດ ລາສະຫະລັດໃຫ້ກັບອາກຊັງຕິນເພື່ອຊ່ວຍຊຸກຍູ້ເສດຖະກິດຂອງປະເທດ.

ຕາມຂ່າວຕ່າງປະເທດລາຍງານວ່າ ຄະນະກຳມາທິການບໍລິຫານກອງທຶນການເງິນສາກົນ (ໄອເອັມເອຟ) ອະນຸມັດການກວດ ກາເສດຖະກິດອາກຊັງຕິນຄັ້ງທີ່ 4 ພາຍໃຕ້ຂໍ້ຕົກລົງເງິນກູ້ທີ່ລົງນາມໃນປີທີ່ຜ່ານມາ ທ່ານ ເດວິດ ລິບຕັນຮັກສາການຜູ້ຈັດການໄອເອັມເອຟກ່າວວ່າເຈົ້າໜ້າທີ່ອາກຊັງຕິນຍັງສະແດງຄວາມຍຶດໝັ້ນຕໍ່ໂຄງການນະໂຍບາຍເສດຖະກິດຂອງປະເທດສາມາດບັນລຸເປົ້າໝາຍທີ່ກຳນົດພາຍໃຕ້ໂຄງການທີ່ໄອເອັມເອຟສະໜັບສະໜູນ,ໂດຍອັດຕາເງິນເຟີ້ຂອງອາກຊັງຕິນເຖິງແມ່ນວ່າຈະຍັງຢູ່ລະດັບສູງ ແຕ່ໄດ້ຫຼຸດລົງຂະນະທີ່ເສດຖະກິດປະເທດກຳລັງຟື້ນຕົວເທື່ອລະໜ້ອຍຈາກພາວະຖົດຖອຍໃນປີທີ່ຜ່ານ ມາ.

ເຖິງແມ່ນວ່າໄອເອັມເອຟຈະມີຄວາມເຊື່ອໝັ້ນແຕ່ທ້າຍອາທິດທີ່ຜ່ານມາບໍລິສັດຈັດອັນດັບຄວາມ ໜ້າເຊື່ອຖືຂອງອາເມລິກາ(ມູດີ) ໄດ້ປັບພາບລວມເສດຖະກິດອາກຊັງຕິນຈາກຄົງທີ່ເປັນລົບ ໂດຍລະບຸວ່າມີຄວາມບໍ່ແນ່ນອນສູງຂຶ້ນວ່າ ອາກຊັງຕິນຈະສານຕໍ່ການດຳເນີນນະໂຍບາຍທີ່ຈະເຮັດໃຫ້ເສດຖະກິດ ແລະການເງິນຂອງປະເທດມີສະ ຖຽນລະພາບ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ