ສຶກສາ ຜາໄຊ ປະຊຸມຜູ້ບໍລິຫານການທົ່ວເມືອງ ໂດຍ: ໄຊທະວີ

ຫ້ອງການສຶກສາທິການແລະກີລາເມືອງ (ສກມ) ຜາໄຊ ແຂວງຊຽງຂວາງຈັດກອງປະຊຸມຜູ້ບໍລິຫານການສຶກສາ-ກີລາທົ່ວເມືອງປະຈໍາສົກຮຽນ 2018-2019 ໃນທ້າຍອາທິດທີ່ຜ່ານມາທີ່ຫ້ອງປະຊຸມຫ້ອງການສຶກສາທິ ການ ແລະກີລາເມືອງດັ່ງກ່າວ,ພາຍໃຕ້ການເປັນປະທານຂອງ ທ່ານ ສີອໍາໄພບຸດດາລາທົນ ຫົວໜ້າຫ້ອງການ ສກມ ຜາໄຊ, ເຂົ້າຮ່ວມຂອງທ່ານ ບຸນມາ ສຸຍະວົງຮອງເຈົ້າເມືອງຜາໄຊ,ມີຫົວໜ້າຫ້ອງການອ້ອມຂ້າງທີ່ກ່ຽວຂ້ອງຂອງເມືອງ,ຄະນະພັກຫ້ອງການ,ຫົວໜ້າໜ່ວຍງານພາຍໃນຫ້ອງການຕະຫຼອດຮອດຜູ້ບໍລິຫານໂຮງຮຽນຊັ້ນອະນຸບານ, ປະຖົມ ແລະມັດທະຍົມຕອນຕົ້ນ-ຕອນປາຍທົ່ວ ເມືອງເຂົ້າຮ່ວມຢ່າງພ້ອມພຽງ.

ທ່ານ ບຸນເພັງທໍາມະວົງ ຫົວ ໜ້າໜ່ວຍງານບໍລິຫານຫ້ອງການ ສກມ ຜາໄຊ ໄດ້ກ່າວວ່າ:ຈຸດປະສົງເປົ້າໝາຍຂອງກອງປະຊຸມຄັ້ງນີ້ ແມ່ນຈະໄດ້ພ້ອມກັນຕີລາຄາຄືນໃສ່ບົດສະຫຼຸບຜົນການຈັດຕັ້ງປະຕິ ບັດວຽກງານໃນໄລຍະຜ່ານມາ (2018-2019) ແລະຄົ້ນຄວ້າປະກອບຄຳຄິດຄຳເຫັນໃສ່ຮ່າງທິດ ທາງແຜນການ-ການເຄື່ອນໄຫວໃນຕໍ່ໜ້າສົກຮຽນ 2019-2020, ຜ່ານຜົນການປະເມີນພັດທະນາ ການຂອງເດັກ,ຕີລາຄາຜົນການສອບເສັງແຕ່ລະຊັ້ນຮຽນປະຈໍາ ສົກຮຽນຜ່ານມາ,ບົດວິໄຈຕົວຊີ້ບອກການພັດທະນາການສຶກສາ ໃນທົ່ວເມືອງ,ແນະນໍາການປະເມີນຜົນງານການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງລັດຖະກອນຄູ  ແລະ ປະກອບຄໍາຄິດຄໍາເຫັນໃສ່ຮ່າງເອກະສານຕ່າງໆທີ່ສຳຄັນໃຫ້ເອກະພາບກັນ,ເພື່ອເປັນແນວທາງທີ່ນຳ ໄປຈັດຕັ້ງປະຕິບັດໃນຕໍ່ໜ້າໃຫ້ສະ ດວກທັງຮັບປະກັນຜົນສຳເລັດ.

ທ່ານສີອໍາໄພບຸດດາລາທົນໄດ້ຮຽກຮ້ອງໃຫ້ຜູ້ແທນທີ່ເຂົ້າຮ່ວມຈົ່ງພ້ອມກັນເອົາໃຈໃສ່ຮັບຟັງ,ຈົດບັນທຶກແລະຄົ້ນຄວ້າສົນທະນາແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ,ບັນຫາໃດທີ່ຍັງເຫັນວ່າພົບຄວາມຫຍຸ້ງຍາກເປັນສິ່ງທ້າທາຍແມ່ນໃຫ້ພ້ອມກັນຊອກຫາວິທີທາງປັບປຸງແກ້ໄຂເພື່ອເຮັດແນວໃດໃຫ້ວຽກງານສຶກສາ-ກີລາຢູ່ເມືອງຜາ ໄຊ ໄດ້ຮັບການພັດທະນາ ແລະມີ ຄຸນນະພາບດີຂຶ້ນເລື້ອຍໆ. 

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ