ສູນການສຶກສານອກໂຮງຮຽນແຂວງໄຊຍະບູລີ ສອບເສັງຈົບຊັ້ນ ມ7 ບໍາລຸງ

ສູນການສຶກສານອກໂຮງຮຽນຂັ້ນແຂວງໄຊຍະບູລີສຳເລັດສອບເສັງຈົບຊັ້ນບໍາລຸງ ມ7 ປະຈຳສົກຮຽນ 2018-2019 ລະຫວ່າງ ວັນທີ 9-10 ກໍລະກົດ 2019 ໃຫ້ພະນັກງານກຳລັງປະກອບອາວຸດ ແລະປະຊາຊົນໂດຍການໃຫ້ກຽດເຂົ້າຮ່ວມໄຂຫົວບົດຂອງທ່ານກາບແກ້ວສີບຸນມາຕາງໜ້າຈາກກະຊວງສຶກສາທິການ ແລະກີລາ,ມີຫົວໜ້າຂະແໜງ,ອຳນວຍການສູນການສຶກສານອກໂຮງຮຽນຂັ້ນ ແຂວງ,ພະນັກງານທີ່ກ່ຽວຂ້ອງ,ຄູ-ອາຈານພ້ອມດ້ວຍນັກສອບເສັງເຂົ້າຮ່ວມ.

ການສອບເສັງຈົບຊັ້ນມັດທະ ຍົມສຶກສາຕອນປາຍບໍາລຸງ ມ7 ສົກຮຽນ 2017-2018 ທົ່ວແຂວງ ໄຊຍະບູລີມີນັກສອບເສັງທັງໝົດ 297 ຄົນ, ຍິງ 17 ຄົນປະກອບມີ 5 ສູນສອບເສັງຄື:ສູນສອບເສັງການສຶກສານອກໂຮງຮຽນຂັ້ນ ແຂວງໄຊຍະບູລີ,ສູນສອບເສັງ ມສ ທົ່ງກາບ ເມືອງຊຽງຮ່ອນ,ສູນສອບເສັງ ມສ ຄອບ ເມືອງ ຄອບ, ສູນສອບເສັງ ມສ ນາແວນ ເມືອງພຽງ,ສູນສອບເສັງເມືອງປາກລາຍ ແລະສຳລັບສູນສອບ ເສັງການສຶກສານອກໂຮງຮຽນຂັ້ນ ແຂວງໄຊຍະບູລີມີນັກສອບເສັງ ເຂົ້າຮ່ວມທັງໝົດ 39 ຄົນ, ຍິງ 2  ຄົນ ມີ 4 ວິຊາສອບເສັງຄື:ວິຊາພາສາລາວ-ວັນນະຄະດີ, ຊີວະສາດ,ຄະນິດສາດ, ພູມສາດ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ