ໄຊເສດຖາ ເຂົ້າຮ່ວມແຂ່ງຂັນບານເຕະ ມິດຕະພາບທີ່ໄທ

ຖືວ່າກໍ່ເປັນອີກໜຶ່ງກິດຈະກຳສຳລັບນັກກີລາບານເຕະເຍົາວະຊົນທີ່ໄດ້ນຳເອົາຄວາມຮູ້ແລກປ່ຽນປະສົມການແລະທັງເປັນການສົ່ງເສີມສ້າງໃຫ້ວົງການກີລາບານ ເຕະເຍົາວະຊົນລາວເຮົາມີຄວາມຟົດຟື້ນ ແລະເປັນການພັດທະນາທັກສະໃຫ້ກ້າວເຂົ້າສູ່ເປັນລະດັບທິມຊາດດັ່ງນັ້ນຈຶ່ງໄດ້ຈັດກິດຈະກຳແຂ່ງຂັນກີລາບານເຕະເຍົາວະຊົນຮຸ່ນອາຍຸ 8-15 ປີ ເພື່ອສ້າງຂະບວນການມິດຕະພາບລາວ-ໄທໃນນັ້ນທິມສະໂມສອນໄຊດເສດຖາຮຸ່ນອາຍຸ 15 ປີ ແມ່ນໄດ້ຊະນະເລີດ ຈາກການແຂ່ງຂັນດັ່ງກ່າວ.

ເມື່ອວັນທີ 14 ກໍລະກົດ ຜ່ານມາທິມສະໂມສອນໄຊເສດຖາໄດ້ ໄປຮ່ວມແຂ່ງຂັນກີລາບານເຕະມິດຕະພາບລາວ-ໄທທີ່ສະໜາມກີລາ ChikChikairpot  ທີ່ແຂວງໜອງຄາຍປະເທດໄທ ຊຶ່ງນຳພາໂດຍ ທ່ານ ໄຊເສດຖາຄຳວຽງງາມຄູຝຶກກີລາບານເຕະສະໂມສອນໄຊ ເສດຖາກິດຈະກຳດັ່ງກ່າວເປັນການແຂ່ງຂັນກີລາບານເຕະເຍົາວະຊົນທີ່ມີອາຍຸລະຫວ່າງ 8-15 ປີ  ເພື່ອ ເປັນການສ້າງຂະບວນການມິດຕະພາບລາວ-ໄທໃຫ້ຄວາມຟົດຟື້ນ ແລະເປັນການພັດທະນາທັກສະຄວາມຮູ້ໃຫ້ແກ່ນ້ອງໆລະຫວ່າງ 2 ປະເທດຊຶ່ງໝົດມີ 12 ທິມເຂົ້າຮ່ວມແຂ່ງຂັນໃນນັ້ນທິມສະໂມສອນໄຊເສດຖາຈາກປະເທດລາວຮຸ່ນອາຍຸ 15 ປີ ແມ່ນໄດ້ຄວ້າລາງວັນຊະນະເລີດອັນດັບໜຶ່ງມາໄດ້.

ທ່ານ ໄຊເສດຖາ ຄຳວຽງງາມ ກ່າວວ່າ:ການທີ່ໄດ້ເຂົ້າຮ່ວມແຂ່ງ ຂັນຄັ້ງນີ້ເປັນການສ້າງກິດຈະກຳ ດີໆໃຫ້ແກ່ນ້ອງເຍົາວະຊົນກໍຄືສ້າງຄວາມເຂັ້ມແຂງນັກກີລາໃນທິມເຮົາຜ່ານມາເຮົາສະໂມສອນເຮົາກໍເຄີຍໄປແຂ່ງຂັນຫຼາຍບ່ອນສະເພາະໃນນະຄອນຫຼວງວຽງຈັນ ຄັ້ງນີ້ແມ່ນໄດ້ເຂົ້າຮ່ວມແຂ່ງຂັນຢູ່ຕ່າງປະເທດເຫັນວ່າຜົນການແຂ່ງຂັນລາຍ ການນີ້ໄດ້ຜົນຕອບຮັບເປັນຢ່າງດີ ຈາກເຕັກນິກການຫຼິ້ນບານນັກກີລາໃນທິມເຮົາ ແລະປີນີ້ໂຄງການ ແຂ່ງຂັນຄັ້ງຕໍ່ໄປໄດ້ວາງເປົ້າໝາຍໄວ້ວ່າເດືອນສິງຫາ ຈະຈັດການ ແຂ່ງຂັນມິດຕະພາບຢູ່ເມືອງວັງ ວຽງ ເພື່ອສົ່ງເສີມສ້າງໃຫ້ວົງການກີລາບານເຕະເຍົາວະຊົນລາວເຮົາມີຄວາມຟົດຟື້ນແລະເປັນການພັດທະນາໃຫ້ສາມາດກ້າວເຂົ້າສູ່ລະ ດັບທິມຊາດ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ