ໄຊຍະມີ 364 ໂຄງການລົງທຶນຂອງລັດ ປະຕິບັດໄດ້ແລ້ວ 52,97%

 ທ່ານ ນາງ ຄຳມີ ຈັນທິບ ຫົວໜ້າພະແນກແຜນການ ແລະການລົງທຶນໄດ້ເປີດເຜີຍໃນກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາ ປະຊາຊົນຊຸດທີ I ວ່າ: ໃນສົກປີ 2019 ແຂວງໄຊຍະບູລີປະຕິບັດ ໂຄງການລົງທຶນຂອງລັດມີທັງໝົດ 364 ໂຄງການ ໄດ້ຮັບເພດານທຶນທັງໝົດ 40,78 ຕື້ກີບ ທຽບໃສ່ມະຕິປະຕິບັດໄດ້ 14,7% ໃນ 6 ເດືອນປະຕິບັດໄດ້ 30,81 ຕື້ກີບ ເທົ່າກັບ 52,97% ຂອງແຜນການປີ, ທຶນຊ່ວຍເຫຼືອລ້າ-ທຶນກູ້ຢືມທີ່ປະຕິບັດໃນທົ່ວແຂວງຮອດປະຈຸບັນມີ 40 ໂຄງການມີມູນຄ່າ 21,7 ລ້ານໂດລາ, ປະຕິບັດ 6 ເດືອນຜ່ານມາຈຳນວນ 23 ໂຄງການມູນຄ່າ 7,6 ລ້ານໂດລາ ໃນນັ້ນມີເງິນສົມທົບ 1,1 ລ້ານໂດລາ, ການລົງທຶນຂອງພາກເອກະຊົນພາຍໃນແລະຕ່າງ ປະເທດໃນ 6 ເດືອນຜ່ານມາໄດ້ອານຸຍາດສຳປະທານ 3 ໂຄງການມູນຄ່າ 3,1 ລ້ານໂດລາ ແລະການລົງທຶນຕ່າງປະເທດ 1 ໂຄງການມູນຄ່າ 2 ລ້ານໂດລາ,ທຽບໃສ່ແຜນການປີສາມາດປະຕິບັດໄດ້ 11,4% ມາຮອດປະຈຸບັນໂຄງການກິດຈະການສຳປະທານທົ່ວແຂວງມີທັງໝົດ 58 ໂຄງການມີມູນຄ່າລົງ ທຶນ 7.283 ລ້ານໂດລາ, ທຶນຈົດທະບຽນ 4.604 ລ້ານໂດລາ ສ່ວນຫຼາຍແມ່ນໂຄງການສຶກສາຄວາມເປັນໄປໄດ້ກ່ຽວກັບບໍ່ແຮ່ ແລະເຂື່ອນໄຟຟ້າຂະໜາດນ້ອຍ, ສຳ ລັບການລົງທຶນຂະແໜງ ທົ່ວໄປໃນ 6 ເດືອນຕົ້ນປີອາຍຸຍາດ ໄດ້ 184 ຫົວໜ່ວຍ, ມີທຶນຈົດທະບຽນທັງໝົດ 71,6 ຕື້ກີບ ທຽບໃສ່ ໄລຍະດຽວຂອງປີຜ່ານມາຫຼຸດລົງ 6,39 ຕື້ກີບ.

  ປະຈຸບັນທົ່ວແຂວງມີຫົວໜ່ວຍທຸລະກິດທັງໝົດ 8.810 ຫົວໜ່ວຍ ມີທຶນຈົດທະບຽນທັງໝົດ 3,11 ຕື້ກີບ; ພ້ອມນີ້ຍັງໄດ້ຕິດຕາມຊຸກຍູ້ ໂຄງການຂະໜາດໃຫຍ່ຂອງສູນກາງຢູ່ທ້ອງຖິ່ນເຊັ່ນ: ໂຄງການກໍ່ ສ້າງເຂື່ອນໄຟຟ້ານໍ້າຂອງໄຊຍະບູລີສຳເລັດແລ້ວເກືອບ 99% ໂຄງການກໍ່ສ້າງເສັ້ນທາງຫົງສາ-ເມືອງຈອມເພັດ ແຂວງຫຼວງພະ ບາງສຳເລັດ99%, ໂຄງການ ປູຢາງ 2 ຊັ້ນເມືອງປາກລາຍ-ເມືອງທົ່ງມີໄຊສຳເລັດ 100%; ນອກນີ້ຍັງໄດ້ປະຕິບັດແຜນຊຳລະ ໜີ້ບ້ວງ 400 ຕື້ ແລະອວ່າຍໜີ້ 3 ແຈ ເພື່ອໃຫ້ພາກທຸລະກິດມີຄວາມຄ່ອງຕົວຂຶ້ນໃນມູນຄ່າ 39 ຕື້ກີບ ກວມເອົາ 41% ຂອງສັດສ່ວນຄວາມຕ້ອງການ.

  ຄຽງຄູ່ກັນນີ້ໂຄງການຊ່ວຍເຫຼືອ ແລະກູ້ຢືມຈາກຕ່າງປະເທດຂັ້ນສູນກາງ ແລະຂັ້ນແຂວງຄຸ້ມ ຄອງມີ 11 ໂຄງການມູນຄ່າທັງໝົດ 46,94 ລ້ານໂດລາ ຊຶ່ງ 6 ເດືອນ ຜ່ານມາສຳເລັດ 2 ໂຄງການມູນຄ່າ 1,96 ລ້ານໂດລາ ແລະພວມຈັດຕັ້ງປະຕິບັດ 9 ໂຄງການມູນຄ່າ 44,98  ລ້ານໂດລາ, ໂຄງການກະຊວງມອບໃຫ້ແຂວງຄຸ້ມຄອງມີ 22 ໂຄງການມູນຄ່າ 1.259 ລ້ານກີບ ພວມຈັດຕັ້ງປະຕິບັດ 12 ໂຄງການມູນຄ່າ 1.224 ລ້ານກີບ,ໂຄງການຂັ້ນແຂວງຄຸ້ມຄອງມີ 158 ໂຄງການ ມູນຄ່າ 1.0 73 ລ້ານກີບ ສຳເລັດແລ້ວ 92 ໂຄງການ ມູນຄ່າ 510 ລ້ານກີບ ແລະ ພວມຈັດຕັ້ງປະຕິບັດ 76 ໂຄງການ ມູນຄ່າ 563 ລ້ານກີບ.

------------------------------

ຂຽນໂດຍບຸນທີ  

ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ