BLACKPINK ຕິດອັນດັບມິວສິກວິດີໂອ ໃນຢູທູບທີ່ມີຍອດວິວສູງສຸດ

ເຜີຍອອກມາແລ້ວສຳລັບລາຍຊື່ວິດີໂອໃນຢູທູບທີ່ມີຍອດ ເຂົ້າເບິ່ງຫຼາຍທີ່ສຸດໃນເຄິ່ງທຳອິດ ຂອງປີ 2019 ຈາກຜົນການຈັດອັນດັບຍອດວິວຂອງມິວສິກວິດີ ໂອທົ່ວໂລກ ໂດຍ 10 ອັນດັບທຳ ອິດວິດີໂອທີ່ມີຜູ້ເຂົ້າເບິ່ງຫຼາຍທີ່ ສຸດໃນໄລຍະ 6 ເດືອນທຳອິດຂອງ ປີມີເພງຈາກຫຼາຍຊາດໃນນີ້ມີວິດີໂອຈາກອາຊີຫຼາຍເຖິງ 4 ລາຍຊື່.

ໂດຍ BLACKPINK ແລະ BTS ຕິດຢູ່ອັນດັບ 6 ແລະ8ຕາມລຳດັບຊຶ່ງໃນສ່ວນຂອງ BLACKPINK ຕ້ອງຍອມຮັບກັບກະແສຄວາມແຮງຂອງເພງ Kill This Love ທີ່ມາແຮງຕິດຫູຂອງຄົນທົ່ວໂລກອັນດັບ 1: Daddy Yankee & Snow “Con Calma” ຍອດວິວ 1,150 ລ້ານຄັ້ງ (ເປີ ໂຕຣິໂກ), ອັນດັບ 2:  Anuel AA, Karol G “Secreto” ຍອດວິວ 725 ລ້ານຄັ້ງ (ເປີໂຕຣິໂກ), ອັນດັບ 3: Dhanush, Sai Pallavi “Ro wdy Baby” ຍອດ ວິວ 556 ລ້ານຄັ້ງ (ອິນເດຍ), ອັນດັບ 4: Rosalia, J Balvin “Con Altura” ຍອດວິວ 490  ລ້ານຄັ້ງ (ແອັດສະປາຍ), ອັນດັບ 5: Ariana Gran de “7 Rings” ຍອດວິວ 482 ລ້ານ ຄັ້ງ (ອາເມລິກາ), ອັນດັບ 6: BLACKPINK “Kill This Love” ຍອດວິວ 468 ລ້ານຄັ້ງ (ສ ເກົາຫຼີ), ອັນດັບ 7: Maluma “HP” ຍອດວິວ 448 ລ້ານຄັ້ງ (ໂກໂລມບີ), ອັນດັບ 8: BTS “Boy With Luv” (Feat. Ha lsey) ຍອດວິວ 439 ລ້ານຄັ້ງ (ສ ເກົາຫຼີ), ອັນດັບ 9: Dhvani Bhanushali,Tanishk Bagchi “Vaaste Song” ຍອດວິວ 406 ລ້ານຄັ້ງ (ອິນເດຍ) ແລະອັນດັບ 10: Nicky Jam x Ozuna “Te Robare” ຍອດວິວ 384 ລ້ານຄັ້ງ (ອາເມລິກາ).

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ