ທ່າປາງທອງ ສະຫຼຸບການລົງຝຶກງານຂອງນັກສຶກສາຊັ້ນກາງ

ວັນທີ 17 ກໍລະກົດ 2019 ທີ່ສະໂມສອນກອງບັນຊາການ ປກສ ເມືອງທ່າປາງທອງ ແຂວງສະຫັວນນະເຂດໄດ້ຈັດກອງປະຊຸມສະຫຼຸບບັ້ນລົງຝຶກງານຂອງນັກສືກສາຊັ້ນກາງເລກ II ຮຸ່ນທີ IX ໄລຍະ 60 ວັນພາຍໃຕ້ການເປັນປະທານຂອງ ທ່ານ ຄຳປະສົງ ຂົງຄຳ ຮອງເຈົ້າເມືອງທ່າປາງທອງ, ທ່ານ ພັນຕີໄພມະນີພາວັນດີຄະນະກອງບັນຊາການ ປກສ ເມືອງ, ທ່ານ ຮ້ອຍໂທ ລຳທູນ ເພັດສະລາດອາຈານຊີ້ນຳນັກສຶກສາ,ນາຍແລະພົນຕຳຫຼວດຕະຫຼອດເຖິງນັກສຶກສາເຂົ້າຮ່ວມ.

ທ່ານ ຮ້ອຍໂທ ລໍາທູນ ເພັດສະລາດອາຈານຊີ້ນໍານັກສຶກສາກໍ່ໄດ້ໃຫ້ກຽດຂຶ້ນຜ່ານບົດສະຫຼຸບບັ້ນລົງຝຶກງານຂອງນັກສຶກສາ ຮຸ່ນທີ່ IX ໃນໄລຍະ 2 ເດືອນ  ໂດຍເຫັນວ່ານັກສຶກສາແຕ່ລະສະຫາຍແມ່ນໄດ້ມີ ແນວຄິດອຸ່ນອຽ່ນ-ທຸ່ນທຽ່ງເຊື່ອໜັ້ນຕໍ່ແນວທາງນະໂຍບາຍຂອງພັກ-ລັດວາງອອກແລະມີສະຕິຕໍ່ການຈັດຕັ້ງສູງ ຊຶ່ງມັນສະແດງ ອອກໃນການໄປມາແມ່ນໄດ້ມີການລາຄອບມີຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະກັນບໍ່ວ່າຍາມເຈັບເປັນກໍ່ຄືການປະຕິບັດໜ້າທີ່ນອກຈາກນັ້ນຍັງໄດ້ສາມັກຄີກັບບັນດາພໍ່ແມ່ປະຊາຊົນທີ່ຢູ່ອ້ອມຂ້າງ,ກອງບັນຊາການ ປກສ ເມືອງ ແມ່ນໃຫ້ຄວາມອຸ້ມຊູຊ່ວຍເຫຼືອຢ່າງໃກ້ສິດຕິດແທດ, ໃຫ້ຂໍ້ສະດວກໃນ ການປະສານສົມທົບລະຫວ່າງຄູ-ອາຈານຜູ້ຊີ້ນຳ ແລະນັກສຶກສາ,ຕີລາຄາດ້ານວຽກງານວິຊາສະເພາະປະຈຳການລໍຄອຍເຫດຕະຫຼອດ 24 ຊົ່ວໂມງໄດ້ 15 ຄັ້ງ,ລວມມີ 9 ແຮງງານ,ອອກກວດກາລາດຕະ ເວນໄດ້ 7 ຄັ້ງ ລວມມີ 9 ແຮງ ງານ, ເຮັດວຽກສືບສວນ-ສອບ ສວນຄະດີອາຍາໄດ້ 12 ຄັ້ງ ມີ 1 ແຮງງານ,ເອົາຄຳໃຫ້ການຈາກຜູ້ ຕ້ອງຫາຄ້າຂາຍຢາເສບຕິດໄດ້ 3 ຄັ້ງ ມີ 1 ແຮງງານ, ມ້າງເປົ້າໝາຍຄ້າ-ຂາຍຢາເສບຕິດໄດ້ 1 ລາຍລວມມີ 1 ແຮງງານ,ລົງກວດກາຄົນຫວຽດນາມອາລະວາດຢູ່ ສູນເຕັກນິກໄດ້ 1 ຄັ້ງ ມີ 5 ແຮງ ງານ, ເກັບກໍາຄອບຄົວພົວພັນຢາເສບຕິດໄດ້ 5 ຄັ້ງ ລວມມີ 9 ແຮງ ງານ,ລົງກວດກາຄົນພັກເຊົາໄດ້ 3 ຄັ້ງ ລວມມີ 9 ແຮງງານ, ລົງເກັບ ກໍາຂໍ້ມູນຢູ່ສະຖານທີ່ເກີດເຫດຄົນ ຍິງກັນໄດ້ 1 ຄັ້ງ ລວມມີ 2 ແຮງ ງານ ແລະວຽກງານອື່ນໆອີກ.

ຈາກນັ້ນ,ໃນພິທີຍັງໄດ້ມອບໃບສັນລະເສີນຂອງທ່ານເຈົ້າເມືອງທ່າ ປາງທອງ ໃຫ້ນັກສຶກສາຜູ້ທີ່ມີຜົນງານດີເດັ່ນໃນການປະຕິບັດໜ້າທີ່ວຽກງານ,ໂດຍແມ່ນທ່ານ ຄຳປະສົງຂົງຄຳຮອງເຈົ້າເມືອງໃຫ້ກຽດມອບ.

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ