ຍອດຂາຍມືຖືຫົວເຫວີຍ ເພີ່ມຂຶ້ນໃນເອີຣົບ

ເຖິງແມ່ນວ່າຈະພົບອຸປະ  ສັກຄັ້ງໃຫຍ່ກັບມາດຕະການລົງ ໂທດຈາກລັດຖະບານອາເມລິກາ ແຕ່ທ່າມກາງຂ່າວຮ້າຍກໍຍັງມີຂ່າວດີສອດແຊກມາເລື້ອຍໆເມື່ອຫຼ້າສຸດມີລາຍງານຈາກ IDC ລະບຸຕົວ ເລກຍອດຂາຍສະມາດໂຟນໃນທະວີບເອີຣົບໄຕມາດ 1 ປີ 2019 ເຖິງແມ່ນວ່າຍອດຂາຍລວມໃນຕະຫຼາດໂຊນນີ້ຈະຫຼຸດລົງ 2,74 % ແຕ່ກັບ ມີ 2 ແບຣນຈີນຄື Huawei ແລະ Xiaomi ທີ່ສາມາດມີຜົນປະກອບການເຕີບໂຕສ້າງຍອດຂາຍຖະລົ່ມທະລາຍ.

ຫຼ້າສົນໃຈຫຼາຍກວ່າຂະນະທີ່ Samsung ນັ້ນມີຍອດຂາຍໄຕມາດທີ່ຜ່ານມາທີ່ 15,7 ລ້ານເຄື່ອງຕົກລົງໄປຈາກໄຕມາດດຽວກັນໃນ ປີ 2018 ທີ່ 6,82% ແລະຍັງຄອງສ່ວນແບ່ງຕະຫຼາດເອີຣົບຫຼາຍທີ່ສຸດແຕ່ກໍຖືວ່າເປັນຕົວເລກອີ່ມນໍ້າເຕັມທີ່ແລ້ວເໝືອນກັນເນື່ອງຈາກ Huawei ກໍສ້າງຍອດຂາຍຈີ້ມາເຖິງຕົວເລກ 13,5 ລ້ານເຄື່ອງ ຊຶ່ງເປັນການເຕີບໂຕເພີ່ມຂຶ້ນເຖິງ 66,13% ກາຍເປັນບໍລິສັດສະມາດໂຟນທີ່ທຳສະຖິຕິມີອັດຕາເຕີບໂຕໄວທີ່ສຸດໃນຕະຫຼາດເອີຣົບ (ປະຈຸ ບັນ Samsung ແລະHua wei ຄອງສ່ວນແບ່ງຕະຫຼາດນີ້ຢູ່ທີ່ 29,47% ແລະ25,39 % ຕາມ ລຳດັບ).

ທາງດ້ານ Apple ນັ້ນມີຍອດຂາຍ iPhone ໃນໄຕມາດນີ້ຢູ່ທີ່ 7,8 ລ້ານເຄື່ອງຫຼຸດລົງ 22,73% ຂະນະທີ່ Xiaomi ນັ້ນສ້າງຍອດ ຂາຍໄດ້ 2,9 ລ້ານເຄື່ອງຍອດໂຕ ເຖິງ 33%.

 ພາບ ແລະຂ່າວຈາກ: ໜັງສືພິມເສດຖະກິດ-ສັງຄົມ