ສຶກສາ ຫົວພັນ ປ່ອນບັດຄັດເລືອກຄະນະພັກ ຮາກຖານຊຸດໃໝ່

ກອງປະຊຸມໃຫຍ່ຮາກຖານພັກພະແນກສຶກສາທິການ ແລະກີລາແຂວງຫົວພັນ (ສກຂ) ໄດ້ເປີດຂຶ້ນໃນວັນທີ 18 ກໍລະກົດຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງສະຫາຍມົນທອງ ລຽນຕິຄຸນເລຂາພັກຮາກຖານຫົວໜ້າພະແນກສຶກສາທິການ ແລະກີລາແຂວງ,ເຂົ້າຮ່ວມມີສະຫາຍພູໂຊນທຳມະວິໄຊຮອງເຈົ້າແຂວງຫົວພັນຜູ້ຊີ້ນຳຂົງເຂດວຽກງານວັດທະນະທຳ-ສັງຄົມຂັ້ນແຂວງມີເລຂາ,ຄະນະໜ່ວຍພັກພາຍໃນພະແນກສກຂ, ເລຂາໜ່ວຍພັກໂຮງຮຽນອ້ອມຂ້າງແຂວງ,ແຂກຖືກເຊີນແລະພາກສ່ວນທີ່ກ່ຽວຂ້ອງເຂົ້າ ຮ່ວມ.

ສະຫາຍ ມົນທອງ ລຽນຕິຄຸນ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມ ໃຫຍ່ ຄັ້ງທີ VIII ແຕ່ປີ 2014-2019  ຜ່ານມາ ສາມາດສະຫຼຸບຕີ ລາຄາເຫັນໄດ້ເຖິງບັນດາຜົນງານພົ້ນເດັ່ນທີ່ຍາດມາໄດ້ໃນຫຼາຍໆດ້ານແລະເຫັນໄດ້ເຖິງຈຸດອ່ອນທີ່ຍັງຄ້າງຄາບາງຈຸດທີ່ຈະຕ້ອງໄດ້ພ້ອມກັນເອົາໃຈໃສ່ຊີ້ນຳໆພາ ແລະສືບຕໍ່ປັບ ປຸງແກ້ໄຂໃຫ້ດີຂຶ້ນໃນຕໍ່ໜ້າ,ຮາກຖານພັກພະແນກ ສກຂ ເປັນຮາກຖານພັກທີ່ຂຶ້ນກັບຄະນະປະຈຳພັກແຂວງຫົວພັນ,ປະຈຸບັນມີ 8 ໜ່ວຍພັກຂຶ້ນກັບມີສະມາຊິກພັກທັງໝົດ 222 ສະຫາຍ,ຍິງ 109 ສະຫາຍ ໃນນັ້ນມີສະມາຊິກພັກສົມບູນ 199 ສະຫາຍ, ຍິງ 97  ສະຫາຍ, ສຳຮອງ 23 ສະຫາຍ, ຍິງ 12 ສະຫາຍ, ມີຄະນະພັກຮາກຖານ 7 ສະຫາຍ, ຍິງ 2 ສະຫາຍ.

ຕະຫຼອດໄລຍະ 5 ປີ ຜ່ານມາ ວຽກງານສຶກສາ ແລະກີລາໃນທົ່ວ ແຂວງ ມີການຂະຫຍາຍຕົວຂຶ້ນທາງດ້ານປະລິມານ ແລະຄຸນນະພາບ,ພື້ນຖານໂຄງລ່າງການສຶກ ສາ ແລະກີລາໄດ້ມີການປັບປຸງດີ ຂຶ້ນຢ່າງບໍ່ຢຸດຢັ້ງ,ເອົາໃຈໃສ່ຊີ້ນຳຕໍ່ວຽກງານພັກ ແລະພະນັກງານ ໃຫ້ມີຄວາມປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ,  ໄດ້ເອົາໃຈໃສ່ຊີ້ນຳຢ່າງ ໃກ້ສິດຕິດແທດວຽກງານນຳພາການເມືອງ-ແນວຄິດ, ຮັກສາ ຄວາມປອດໄພ,ວຽກງານປັບປຸງ ກົງຈັກການຈັດຕັ້ງ-ພະນັກງານ, ວຽກງານບໍລິຫານ-ການເງິນ,ວຽກງານນະໂຍບາຍ ແລະແກ້ໄຂຊີວິດການເປັນຢູ່,ວຽກງານນຳພາອົງການຈັດຕັ້ງມະຫາຊົນ, ພົວພັນຕ່າງປະເທດ, ປັບປຸງ-ກໍ່ສ້າງ ແລະຂະຫຍາຍພັກ,ວຽກງານກວດກາພັກ-ລັດ, ທັງນີ້ຍັງສາມາດຍົກໃຫ້ເຫັນ ບາງບັນດາຜົນງານທີ່ພົ້ນເດັ່ນອອກສູ່ສັງຄົມຮັບຮູ້ເປັນຕົ້ນຄຸນນະພາຂອງການສຶກສາ ແລະກີລາມີທ່ວງ ທ່າດີຂຶ້ນສະແດງອອກໃນການເຂົ້າ ຮ່ວມສອບເສັງນັກຮຽນເກັ່ງລະ ດັບຊາດສາມາດຍາດໄດ້ອັນດັບທີ 1,2,3, ການເຂົ້າຮ່ວມແຂ່ງຂັນ ກີລາໃນລະດັບຕ່າງໆ ສາມາດຍາດໄດ້ຫຼຽນຄຳ,ຫຼຽນເງິນ,ຫຼຽນທອງ ແດງ ແລະຂັນລາງວັນຕ່າງໆ,ອັດຕາເລື່ອນຂັ້ນ ແລະຈົບຊັ້ນປະຖົມໄດ້ 94,24%,ມັດທະຍົມຕົ້ນ 89,13%,ມັດທະຍົມປາຍ  91,20%  ຂຶ້ນໄປ, ຊຶ່ງໄດ້ຫັນເອົາການສຶກສາເຂົ້າສູ່ຊົນນະບົດ, ເຂດຫ່າງໄກສອກຫຼີກ ຕາມແນວທາງຂອງພັກ-ລັດ ປະຈຸບັນທົ່ວແຂວງ  ມີໂຮງຮຽນອະນຸ ບານ 372  ແຫ່ງ, ໃນທຸກໆບ້ານກໍ່ ໄດ້ມີໂຮງຮຽນປະຖົມຄົບຖ້ວນ, ທຸກ ກຸ່ມບ້ານມີໂຮງຮຽນມັດທະຍົມຕົ້ນ,ສາມາດປະກາດຈົບຊັ້ນມັດທະຍົມ ຕອນຕົ້ນບຳລຸງ ໄດ້ 10 ເມືອງ.

ນອກນັ້ນໃນກອງປະຊຸມດັ່ງກ່າວຍັງໄດ້ມີການປ່ອນບັດຄັດເລືອກເອົາສະຫາຍມົນທອງລຽນຕິຄຸນເປັນເລຂາຮາກຖານພັກຊຸດໃໝ່,ສະຫາຍລິນອານົງທອງຄຳມີ ເປັນຮອງເລຂາທັງເປັນປະທານ ກວດກາຮາກຖານພັກ,ສະຫາຍມອນສິງ ເພັດວຽງສີ ສະຫາຍເຄນທະນູ ພຸດທະວົງສາ ສະຫາຍ ພູວຽງ ພັນທິລາສະຫາຍບົວເງິນນິດຕະວົງແລະສະຫາຍ ນາງ ເວີນພອນຄຳພົມສົມບັດເປັນຄະນະພັກຮາກຖານພ້ອມທັງເລືອກເອົາສະຫາຍ ແສງພອນ ວົງລືໄຊ ເປັນຮອງປະທານກວດກາຮາກຖານ ພັກ.

ພາບ ແລະຂາ່ວຈາກ: ໜັງສືພິມເສດຖະກິດ-ສັງຄົມ