ຄະນະຊາວໜຸ່ມໂຮງຮຽນ ມສ ຈັນທາ ສໍາເລັດກອງປະຊຸມໃຫຍ່

ໃນວັນທີ 17 ກໍລະກົດຜ່ານມາຄະນະຊາວໜຸ່ມຮາກຖານໂຮງ ຮຽນ ມສ ຈັນທາແຂວງອັດຕະປືໄດ້ຈັດກອງປະຊຸມໃຫຍ່ຄັ້ງທີ Vl ຂອງຕົນຂຶ້ນທີ່ຫ້ອງປະຊຸມຂອງໂຮງຮຽນດັ່ງກ່າວ,ໂດຍການເຂົ້າຮ່ວມຂອງທ່ານອ໋ອງຄໍາຄູນສະໄໜຮອງເລຂາຄະນະບໍລິຫານງານ ຊາວໜຸ່ມແຂວງອັດຕະປື,ມີທ່ານພູທິດສີນລະປະອຳນວຍການໂຮງຮຽນມສຈັນທາ,ມີເລຂາຄະນະຊາວໜຸ່ມຮາກຖານ, ມີແຂກຖືກເຊີນຈາກໜ່ວຍອອ້ມຂ້າງໂຮງຮຽນພອ້ມດ້ວຍສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມ.

ທ່ານ ນາງ ບົວຜັນການຄຳຫົງສາເລຂາຄະນະຊາວໜຸ່ມຮາກຖານໂຮງຮຽນ ມສ ຈັນທາໄດ້ຜ່ານບົດສະຫຼຸບຕີລາຄາຄືນໃນການຈັດຕັ້ງປະຕິບັດວຽກງາຊາວໜຸ່ມຂອງ ໂຮງຮຽນ ມສ ຈັນທາ ໃນໄລຍະ 5 ປີ ຜ່ານມາແລະທິດທາງແຜນ ການໃນ 5 ປີຕໍ່ໜ້າ, ຊຶ່ງຜ່ານມາຄະນະໜ່ວຍພ້ອມດ້ວຍສະມາຊິກພາຍໃນໜ່ວຍຊາວໜຸ່ມໂຮງຮຽນ ມສ ຈັນທາ ໄດ້ຖືເອົາວຽກງານສຶກສາອົບຮົມດ້ານການເມືອງ-ແນວຄິດໃຫ້ແກ່ບັນດາສະມາຊິກຊາວໜຸ່ມເປັນວຽກງານບູລິມະສິດ, ໂດຍຕິດພັນກັບຂໍ້ແຂ່ງຂັນ 4 ບຸກ ແລະ 5 ຫຼັກມູນຂອງການສືກສາເພື່ອເຮັດໃຫ້ສະມາຊິກພາຍໃນໜ່ວຍມີຄວາມເຊື່ອໝັ້ນ ແລະໜັກແໜ້ນຕໍ່ການຊີ້ນຳ-ນຳພາຂອງພັກ ແລະລັດ ກໍ່ຄືວຽກງານຊາວໜຸ່ມພາຍໃນຮາກຖານພ້ອມນັ້ນຍັງໄດ້ຖືເອົາການເຊື່ອມຊຶມເອກະສານສຳຄັນຂອງພັກລັດວາງອອກ,ກົດລະບຽບ ຊາວໜຸ່ມ-ເຍົາວະຊົນ,ເຜີຍແຜ່ລະບຽນກົດຈະລາຈອນ, ທັງໝົດ 145 ຄັ້ງ,ສ້າງຂະບວນການວັນສຳຄັນຕ່າງໆຂອງພັກຂອງຊາດເຂົ້າຮ່ວມທັງໝົດ 78 ພັນກວ່າເທື່ອຄົນໄດ້ຄັດເລືອກຊາວໜຸ່ມຕະລຸ່ມບອນຊວ່ຍເຫຼືອຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ,ບໍລິຈາກເລຶອດຊ່ວຍເຫຼືອສັງຄົມ ແລະຊ່ວຍເຫຼືອວຽກງານອື່ນໆຈຳນວນໜຶ່ງ.

ໂຮງຮຽນ ມສ ຈັນທາມີສະມາ ຊິກຊາວໜຸ່ມທັງໝົດ 2.766 ສະ ຫາຍ, ຍິງ 1.237 ສະຫາຍ ຂະຫຍາຍມະຫາຊົນກ້າວໜ້າມາເປັນສະມາຊິກຊາວໜຸ່ມຮາກຖານ ໃນ 5 ປີ ທັງໝົດ 791 ສະຫາຍ, ຍິງ 395 ສະຫາຍ, ຊາວໜຸ່ມເປັນນັກຮຽນ 557 ສະຫາຍ, ຍິງ 314 ຄົນ, ຊາວໜຸ່ມຄູ-ອາຈານ 35 ສະ ຫາຍ, ຍິງ 22 ສະຫາຍ ປະຈຸບັນສະມາຊິກຊາວໜຸ່ມຮາກຖານພາຍໃນໂຮງຮຽນ ມສ ຈັນທາມີ 627 ສະຫາຍ, ຍິງ 356 ສະຫາຍ,ພາຍໃນຄະນະຊາວໜຸ່ມຮາກຖານໂຮງຮຽນ ມສ ຈັນທາ ມີ 26 ໜ່ວຍ, ໃນໂອກາດດຽວກັນນີ້ສະຫາຍອ໋ອງຄຳ ຄູນສະໄໜຮອງເລຂາຄະນະບໍລິຫານງານຊາວໜຸ່ມແຂວງໃຫ້ກຽດຂຶ້ນມອບໃບຍ້ອງຍໍ ແລະໃບຊົມເຊີຍທີ່ມີຜົນງານໄລຍະ 5 ປີ ຜ່ານມາ, ຍ້ອງຍໍຈຳນວນ 102 ສະຫາຍ, ຍິງ 74 ສະຫາຍ,ໃບຊົມ ເຊີຍ 94 ສະຫາຍ,ຍິງ 34 ສະ ຫາຍ.

ກອງປະຊຸມຍັງເຫັນດີເລືອກເອົາສະຫາຍນາງອຸ່ນໃຈແກ້ວປະທຸມ ມາເປັນເລຂາຄະນະຊາວໜຸ່ມຮາກ ຖານໂຮງຮຽນ ມສ ຈັນ ຊຸດໃໜ່, ເລືອກເອົາສະຫາຍ ນາງ ບົວຜັນການຄຳຫົງສາ ເປັນຮອງເລຂາ ເປັນປະທານກວດກາ ແລະເລືອກເອົາອີກ 3 ສະຫາຍ ເປັນຄະນະ.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ