ຊະໄນເດີ ອິເລັກທຣິກຈັດທັບອັບເດດ ເຕັກໂນໂລຊີ IIoT

 ຊະໄນເດີອິເລັກທຣິກ (Schneider Electric) ຮ່ວມງານ Assembly & Automation Technology 2019 ພ້ອມອັບເດດໂຊລູຊັນ  EcoStruxure ເວີ ຊັນໃໝ່ຫຼ້າສຸດເຊັ່ນ EcoStrux ure Machine Advisorເປັນບໍລິການແບບຄລາວເບສຊ່ວຍໃຫ້ຜູ້ຜະລິດເຄື່ອງຈັກສາມາດຄິດຄົ້ນບໍລິ ການໃໝ່ໆໃຫ້ກັບລູກຄ້າເຊັ່ນການມໍນິເຕີເຄື່ອງຈັກການແກ້ໄຂບັນຫາຕ່າງໆໃຫ້ກັບລູກຄ້າໄດ້ທົ່ວໂລກ EcoStuxure Augmented Operator Advisor ຫຼື AOA ສຳລັບໂຮງງານອັດສະລິຍະເພີ່ມຟີ ເຈີທີ່ນອກເໜືອຈາກການສ່ອງເບິ່ງສະຖານະເຄື່ອງຈັກຜ່ານແທັບເລັດເສີມວິທີການແກ້ໄຂແບບເປັນຂັ້ນຕອນໄດ້ພ້ອມເປີດໂຕຈໍທັສຄຣີນລຸ້ນຫຼ້າສຸດ Pro-face SP5000X ສຳລັບໃຊ້ພາຍນອກອາຄານຫຼືໃຊ້ ງານທີ່ຕ້ອງການໜ້າຈໍຄວບຄຸມທີ່ສົມບຸກສົມບັນທົນແຮງອັດສີດຂອງ ນໍ້າທົນຄວາມຮ້ອນທົນຝຸ່ນທົນແຮງ ສັ່ນສະເທືອນໃຫ້ຄວາມລະອຽດລະດັບ  Full HD  ແລະຍັງງ່າຍໃນການ ບົວລະບັດຮັກສາດ້ວຍຄອນໂທຣນຢູນິຕແບບແຍກສ່ວນກັບໜ້າຈໍນອກຈາກນີ້ຍັງມີການເປີດໂຕຊອຟແວຣ EcoStruxure Secure Con  nect Advisor ຫຼື Pro-faceConnectເມື່ອໃຊ້ງານຮ່ວມກັບໜ້າຈໍ  Pro-face ເຮັດໃຫ້ສາມາດເຂົ້າເຖິງໜ້າຈໍໄດ້ບໍ່ວ່າຈະຢູ່ບ່ອນໃດກໍຕາມຜ່ານເວັບຄລາວເຊີວິສ.

ນອກຈາກນີ້ຊະໄນເດີອິເລັກທຣິກຍັງໄດ້ນຳໜ້າໜຶ່ງໃນເຄື່ອງຈັກທີ່ໃຊ້ຜະລິດເບຣກເກີຂອງຊະໄນເດີອິເລັກທຣິກມາໃຫ້ໄດ້ຊົມກັນເປັນຄັ້ງທຳອິດໃນງານນີ້ໂດຍເຄື່ອງດັ່ງກ່າວໃຊ້ເຕັກໂນໂລຊີ  EcoStruxure ຂອງຊະໄນເດີອິເລັກທຣິກທີ່ປ່ຽນເຄື່ອງຈັກທຳມະດາໃຫ້ເປັນສະມາດແມຊຊິນ.

 ພາບ ແລະຂາ່ວຈາກ:ໜັງສືພິມເສດຖະກິດ-ສັງຄົມ