ສົກນີ້ ລາວ-ເຢຍລະມັນຮັບນັກສຶກສາ 9 ຮ້ອຍກວ່າຄົນ

ວິທະຍາໄລເຕັກນິກລາວ-ເຢຍລະມັນ ແມ່ນສະຖານບັນການສຶກສາສາຍອາຊີວະສຶກສາມີໜ້າທີ່ພັດທະນາການຮຽນ-ການສອນດ້ານວິຊາຊີບທີ່ສົ່ງແຮງງານອອກ ຮັບໃຊ້ປະເທດຊາດ ຊຶ່ງສົກຮຽນ 2019-2020  ຕົວເລກການໄດ້ຮັບໂຄຕ້າຈາກກະຊວງສຶກສາທິການ ແລະກີລາຈຳນວນ 955 ຄົນ. ແຕ່ປະຈຸບັນມີນັກຮຽນມາສະໝັກລົງທະບຽນພັນກວ່າຄົນ.

ທ່ານ ຄຳສະໄຫວ ຍ່ອມມີລາ ວົງ ວ່າການແທນຜູ້ອຳນວຍການວິທະຍາໄລເຕັກນິກລາວ-ເຢຍລະມັນວ່າ:ສຳລັບວິທະຍາໄລເຕັກນິກ ລາວ-ເຢຍລະ ມັນຂອງພວກເຮົາ ໃນສົກຮຽນ 2019-2020 ແມ່ນໄດ້ຮັບໂຄຕ້າຮັບນັກສຶກສາໃໝ່ຈາກກະຊວງສຶກສາທິການ ແລະກີລາທັງໝົດ 955 ຄົນ ໃນ 4 ພາກວິຊາຮຽນຄື:ພາກວິຊາເຕັກໂນໂລ ຊີລົດຍົນ  (ຊັ້ນກາງລະບົບ  12+2), ຮັບ 180 ຄົນ, 9+3 ຈຳນວນ 30 ຄົນ,ຊັ້ນສູງ 195 ຄົນ, ພາກວິຊາ ກົນຈັກໜັກ-ກົນຈັກກະສິກຳ (ຊັ້ນກາງລະບົບ 12+2) ພາກກົນຈັກໜັກຮັບຈຳນວນ  120 ຄົນ,ສາຂາກົນຈັກກະສິກຳ  9+3  ຮັບ  20  ຄົນ, ລະບົບ 12+2 20 ຄົນ ແລະພາກວິຊາໄຟຟ້າ-ເອເລັກໂຕນິກ (ຊັ້ນສູງລະບົບ 12+3) ຮັບ 195 ຄົນ,ລະບົບ 9+3 ຮັບ 50 ຄົນ, ຊັ້ນສູງ ຕໍ່ເນື່ອງ 60 ຄົນ ແລະພາກວີຊາ ໂລຫະກຳວິທະຍາລະບົບ  9+3  ຮັບ20 ຄົນ,12+2 ຮັບ 25 ຄົນ, ຊັ້ນສູງຕໍ່ເນື່ອງ 25 ຄົນ ຊຶ່ງສຳລັບມື້ ສຳພາດສອບເສັງວັນທີ 27-28 ສິງຫາ2019.

ສົກຮຽນນີ້ພວກເຮົາຍັງໄດ້ມີ ການປັບປຸງຫຼັກສູດການຮຽນ-ການສອນລະບົບ 9+3 ສາຂາກົນຈັກ ໂຮງງານ ໂດຍໄດ້ມີການເຊີນເອົາສະຖານປະກອບການຕ່າງໆ ແລະ ໂຮງຈັກໂຮງງານທີ່ກ່ຽວຂ້ອງມາມີສ່ວນຮ່ວມໃນການປັບປຸງຫຼັກສູດຖືວ່າໄດ້ສຳເລັດໄປເປັນທີ່ຮຽບຮ້ອຍແລ້ວ ແລະກະຊວງ ສສກ ກໍ່ໄດ້ມີ ການອະນຸມັດນຳໃຊ້ຢ່າງເປັນທາງ ການ,ສ່ວນຫຼັກສູດ 12+3 ຖືວ່າ ປີນີ້ເປັນປີທຳອິດທີ່ພວກເຮົາໄດ້ດຳ ເນີນການສອບເສັງຄັດເລືອກສະເພາະຂອງພະແນກໄຟຟ້າແຕ່ເປັນ ໄຟຟ້າເຕັກນິກຮຽນສອງປີແລ້ວສອບເສັງເອົາໃບປະກາດເລີຍພາຍຫຼັງຮຽນຈົບແລ້ວຜູ້ໃດຢາກຮຽນຕໍ່ແມ່ນຈະໄດ້ມີການສອບເສັງຄັດເລືອກອີກເທື່ອໜຶ່ງຈຶ່ງຈະໄດ້ຊັ້ນສູງໂດຍພວກເຮົາໄດ້ມີການປັບປຸງຫຼັກສູດມາເປັນ 12+3 (ຫຼັກສູດ 3 ປີ ໄດ້ຊັ້ນສູງເລີຍ) ຊຶ່ງໄດ້ແບ່ງ ອອກເປັນ 5 ສາຂາຄື:ການຕິດຕັ້ໄຟຟ້າ; ການຕິດຕັ້ງ ແລະສ້ອມແປງເຄື່ອງເຢັນ-ເຄື່ອງປັບອາກາດ;ການຕິດຕັ້ງສ້ອມແປງໄຟຟ້າອຸດສາຫະກຳ; ການຕິດຕັ້ງສ້ອມແປງເຄື່ອງເອເລັກໂຕຣນິກອຸດສາຫະ ກຳ; ການບຳລຸງຮັກສາ-ສ້ອມແປງ ໄຟຟ້າເຂື່ອນພະລັງງານນໍ້າ.

ທ່ານ ຄຳສະໄຫວຜ່ອມມິລາວົງກ່າວຕື່ມວ່າ: ເພື່ອຮອງຮັບຈຳນວນນັກຮຽນທີ່ຫັນມາຮຽນອາຊີວະສຶກສາຫຼາຍຂຶ້ນຄືດັ່ງໃນປະຈຸບັນທາງວິທະຍາໄລພວກເຮົາໄດ້ ຂຽນໂຄງການເພື່ອຂະຫຍາຍວິທະຍາເຂດໃໝ່ທີ່ບ້ານນ້ອຍຊຽງດາ ເມືອງໄຊເຊດຖານະຄອນຫຼວງວຽງຈັນ ຊຶ່ງມີເນື້ອທີ່ 2 ເຮັກຕາແລະຂັ້ນເທິງກໍ່ໄດ້ຕົກລົງເຫັນດີ ແລະກໍ່ໄດ້ມີການເຊັນສັນຍາຮ່ວມມືກັນເປັນທີ່ຮຽບຮ້ອຍແລ້ວລະຫວ່າງລັດຖະບານລາວ ແລະລັດຖະບານເຢຍລະມັນພາຍໃຕ້ໂຄງການຊ່ວຍເຫຼືອຂອງລັດຖະບານເຢຍລະມັນ ແລະທຶນລັດຖະບານລາວສົມທົບໃສ່ຈຳນວນໜຶ່ງ ໂດຍໂຄງການດັ່ງກ່າວແມ່ນຈະເລີ່ມລົງມືກໍ່ສ້າງໃນປີ 2019 ແລະຄາດວ່າຈະໃຫ້ສຳເລັດພາຍໃນປີ 2021 ຊຶ່ງໃນນັ້ນລວມມີອາຄານໂຮງຊ່າງກົນຈັກໜັກ ແລະໂຮງຊ່າງກົນຈັກກະສິກຳ,ມີຕຶກອາຄານຮຽນ ແລະຕຶກອາຄານບໍລິຫານ 3 ຊັ້ນລວມທັງຫໍພັກນັກຮຽນຍິງ ແລະຫໍພັກນັກຮຽນຊາຍ.

ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ