ມາເບິ່ງວ່າ iOS13 ແລະiPadOS13 ມີຟີເຈີໃດທີ່ຢືມຈາກ Android ແດ່

 

ຫຼັງຈາກທີ່ iOS13 ແລະ iPadOS13 ເປີດໂຕໃນງານ WWDC 2019 ທີ່ຜ່ານມາຊຶ່ງກໍໄດ້ປ່ອຍຄວາມສາມາດໃໝ່ໆອອກມາຈຳນວນຫຼາຍ ໂດຍມີບາງຟີເຈີອາດຈະຄ້າຍໆ ຫຼື ຢືມໄອເດຍມາຈາກ ເບື້ອງ  Android ດ້ວຍວັນນີ້ເຮົາຈະມາເບິ່ງນຳກັນວ່າມີຟີເຈີໃດແດ່ທີ່ຢືມມາ.

ການຮອງຮັບ OTG USB: ຟີເຈີການຮອງຮັບ OTG ນີ້ມີໃນ Android ມາໄດ້ໄລຍະໜຶ່ງແລ້ວ ເຮັດໃຫ້ການຖ່າຍໂອນໄຟລຈາກ ເຄື່ອງລົງສູ່ Flash Drive ຫຼື Hard Drive ໄດ້ສະດວກ ແລະ ວ່ອງໄວຍິ່ງຂຶ້ນ ໂດຍ Apple ຈະ ນຳຟີເຈີນີ້ມາຢູ່ບົນ iPadOS13 ຊຶ່ງຈະເຮັດໃຫ້ແອັບຕ່າງໆສາມາດຮັບໄຟລໄດ້ໂດຍກົງຈາກ Drive ຫຼື SD Card ໄດ້ໂດຍກົງເລີຍ Swipe Keyboard ຫຼື ຄີບອດ ອັດສະລິຍະ: ຄີບອດນີ້ບໍ່ແມ່ນຄີບອດແບບທຳມະດາ ໂດຍທົ່ວໄປຄີ ບອດນີ້ຈະເຮັດໃຫ້ຜູ້ໃຊ້ສາມາດລາກນິ້ວໄປຕາມຕົວອັກສອນເພື່ອພິມ ເປັນຄຳ ຫຼື ປະໂຫຍກຕ່າງໆ ໂດຍບໍ່ຍົກນິ້ວຈາກຈໍໄດ້ ຊຶ່ງກ່ອນໜ້ານີ້ບົນ Android  ກໍມີທັງທີ່ເປັນຄີບອດບົນ Stock Rom ແລະທີ່ເປັນຄີບອດເສີມຈາກນັກພັດທະນາຕ່າງໆຈົນວ່າເມື່ອບໍ່ດົນມານີ້ເອງ Google ໄດ້ປ່ອຍ  Gboard  ຂອງ  Google ທີ່ມີຟີເຈີນີ້ດ້ວຍຂຶ້ນໄປບົນ App Store ແລະຫຼ້າສຸດໃນ iOS13  ແລະiPadOS13 ກໍຈະນຳຟີເຈີດັ່ງກ່າວມາລົງໃນຄີບອດດັ້ງເດີມຂອງ ຕົວເຄື່ອງດ້ວຍວິດເຈັຕບົນໜ້າຈໍ ໂຮມ:ຊຶ່ງກ່ອນໜ້ານີ້ຈະມີວິດເຈັດ ບົນ iOS ຕ່າງໆຫຼວງຫຼາຍກໍຕາມ ແຕ່ຜູ້ໃຊ້ຫຼາຍຄົນອາດຈະບໍ່ເຄີຍໃຊ້ຫຼື ບໍ່ເຫັນໜ້າຕາຂອງວິດເຈັດເລີຍເພາະມັນຖືກແຍກໄປໄວ້ອີກໜ້າໜຶ່ງເຮັດໃຫ້ຊັບຊ້ອນສຳລັບໃຜຫຼາຍ ຄົນຊຶ່ງບົນ iPadOS ນີ້ Apple ຈະນຳວິເຈັດທີ່ຖືກແຍກໄປກ່ອນໜ້ານີ້ໃຫ້ສາມາດມາວາງໄວ້ທີ່ໜ້າໂຮມໄດ້ ໂດຍຄ້າຍໆກັບ Android ທີ່ສາມາດເຮັດໄດ້ໄລຍະໜຶ່ງແລ້ວ Dark Mode: ໂໝດອັນແທ້ຈິງ Android ຫາກໍຈະປະກາດເປີດ ໂຕຟີເຈີນີ້ຢ່າງເປັນທາງການໃນ Android Q ທີ່ຈະເປີດໃຫ້ໃຊ້ກັນອີກໃນບໍ່ກີ່ເດືອນນີ້ແຕ່ວ່າກ່ອນໜ້ານີ້ກໍໄດ້ມີ OEM ຫຼາຍລາຍເຮັດໄດ້ ໄປກ່ອນໜ້ານີ້ແລ້ວໃນ Andr oidPie  ຕັ້ງແຕ່ປີທີ່ແລ້ວ ໂດຍໂໝດນີ້ສຳລັບໃນ iPhone ທີ່ໃຊ້ໜ້າຈໍ OLED  ຈະມີປະໂຫຍດຫຼາຍທີ່ຈະ ຊ່ວຍໃນການປະຢັດແບັດເຕີຣີໃນ ພິກເຊລທີ່ເປັນສີດຳ  Street View:ຟີເຈີນີ້ຈະມາຢູ່ໃນ Apple Maps ໃນຊື່ວ່າ  Look Around  ຫຼັງຈາກ Google ໄດ້ມີຟີເຈີນີ້ບົນ  Google Maps ມາເກືອບທົດສະວັດແລ້ວ ແລະແນ່ນອນວ່າຕອນນີ້ຫາກໍເປັນການເລີ່ມຕົ້ນສິ່ງນີ້ຈາກເບື້ອງ App le ຂໍ້ມູນຕ່າງໆກໍອາດຈະບໍ່ໄດ້ຫຼາຍເໝືອນ  Google Maps  ທີ່ເຮັດມາ ຫຼາຍປີແລ້ວແຕ່ກໍຕ້ອງເບິ່ງກັນຕໍ່ໄປວ່າຟີເຈີນີ້ຈະພັດທະນາໄປເຖິງ ຈຸດໃດ.

 ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ