ເລື່ອງ Avengers: Endgame ສ້າງສະຖິຕິ ລາຍໄດ້ສູງສຸດ

ບອ໊ກອອຟຟິດເຜີຍລາຍໄດ້ ຮູບເງົາສູງສຸດຕະຫຼອດການເລື່ອງ ໃໝ່ໄດ້ແກ່ຮູບເງົາເລື່ອງ Aven gers: Endgame ເພາະທ້າຍອາທິດທີ່ຜ່ານມາສ້າງລາຍໄດ້ສູງສຸດເອົາຊະນະຮູບເງົາເລື່ອງ Avatar ຈາກການສາຍທົ່ວໂລກພຽງ 13 ອາທິດເທົ່ານັ້ນ.

ວັນທີ  22 ກໍລະກົດ ທີ່ຜ່ານມາ ບ໊ອກອອຟຟິດເປີດເຜີຍລາຍໄດ້ ຂອງຮູບເງົາສ້າງລາຍໄດ້ສູງສຸດຕະຫຼອດການເລື່ອງໃໝ່ຂອງບັນດາຊູເປີຮີໂຣ່ຂອງຄ່ານມາເວລນັ້ນ ຄື Avengers: Endgame ຊຶ່ງອອກສາຍທົ່ວໂລກໄປແລ້ວ 13  ອາທິດ ສ້າງລາຍໄດ້ສູງເຖິງ 2,29 ຕື້ໂດລາສະຫະລັດທຳລາຍສະຖິຕິເດີມຂອງຮູບເງົາເລື່ອງ Avatar ຂອງຜູ້ກຳກັບເຈມຄາເມຣອນທີ່ຄອງຕຳແໜ່ງນີ້ມາດົນ 10 ປີ ສ້າງລາຍໄດ້ຢູ່ທີ່ 2,78 ຕື້ໂດລາ,ທ່ານ ເຄວິນໄຟ ປະທານຂອງບໍ ລິສັດມາເວລ ສະຕູດີໂອຖະແຫຼງເລື່ອງນີ້ໃນງານຄໍມິກ-ຄອນທີ່ເມືອງຊານດິອາໂກອາເມລິກາໃນທ້າຍອາທິດທີ່ຜ່ານມາວ່າເລື່ອງຂອງເງິນເຟີ້ອາດເປັນສາເຫດດ້ານ ເຕັກນິກແຕ່ຢ່າງໃດກໍຕາມຮູບເງົາຂອງເຈມ ຄາເມຣອນອາດຈະໄດ້ມາຄອງຕຳແໜ່ງອັນດັບ 1 ອີກຄັ້ງກໍເປັນໄດ້.

ພາບ ແລະຂາ່ວຈາກ: ໜັງສຶພິມເສດຖະກິດ-ສັງຄົມ